ເນື່ອງໃນໂອກາດວັນສ້າງຕັ້ງ ຕ້ານການສໍ້ລາດບັງຫຼວງ ສາກົນ ຄົບຮອບ 14 ປີ ( 9 ທັນວາ 2003 - 9 ທັນວາ 2017) ດັ່ງນັ້ນ, ໃນວັນທີ 30 ມັງກອນ ປີ 2018 ຜ່ານມານີ້ຢູ່ທີ່ສະໂມສອນໃຫຍ່ເມືອງວັງວຽງ, ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 14 ປີຂຶ້ນ ໂດຍການເປັນປະທານຂອງ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງເລາຂາພັກເມືອງເຈົ້າເມືອງໆວັງວຽງ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ, ຄະນະພັກຫ້ອງການພາຍໃນເມືອງເຂົ້າຮ່ວມ.
ໃຫ້ກຽດປະຖະກະຖາໂດຍແມ່ນ ທ່ານ ເຈົ້າເມືອງໆວັງວຽງ ຊຶ່ງທ່ານໄດ້ຜ່ານເນື້ອໃນສະພາບ ລວມຂອງການສໍ້ລາດບັງຫຼວງ ແລະ ການກຳນົດວັນຕ້ານການສໍ້ລາດບັງຫຼວງສາກົນ, ການສໍ້ລາດບັງຫຼວງແມ່ນສະພາບຫຍໍ້ ທໍ້ໜຶ່ງໃນກົງຈັກການຈັດຕັ້ງ, ເປັນໄພອັນຕະລາຍຮ້າຍແຮງ, ຊຶ່ງສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງເຖີງການພັດທະນາເສດ ຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກ ບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ຫຼື ຮັ່ງມີ ກໍ່ລວນແຕ່ມີຜົນກະທົບເຊັ່ນດຽວກັນ, ເປັນໄພຂົ່ມຂູ່ເຖິງຄວາມມີສະຖຽນລະພາບທາງດ້ານການເມືອງ ຂອງການຈັດຕັ້ງພັກລັດ ແລະ ເອກະຊົນສ້າງໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ຢຸດຕິທຳໃນສັງຄົມຕໍ່ສະຖາບັນການປົກຄອງ, ຍ້ອນເຫັນໄດ້ຜົນຮ້າຍ ແລະ ໄພອັດຕະລາຍຂອງການສໍ້ລາດບັງຫຼວງ ຄືດັ່ງກ່າວປະຊາຄົມຈຶ່ງໄດ້ມີແນວຄວາມຄິດສ້າງຂອບເຂດ, ກຳນົດກົດໝາຍສາກົນ ເປັນບ່ອນອີງໃຫ້ການຮ່ວມມື ລະຫວ່າງ ປະເທດຕ່າງໆນັບທັງຢູ່ຂົງເຂດພາກພື້ນ ແລະ ໃນໂລກ ເພື່ອພ້ອມກັນສະກັດກັ້ນ ແລະ ຕໍ່ສູ້ຢ່າງມີປະສິດທິພາບ ປະສິດທິຜົນຕໍ່ກັບບັນດາການກະທຳ ກໍ່ຄື ພຶດຕິກຳການສໍ້ລາດບັງຫຼວງ, ການສະກັດກັ້ນ ແລະ ການສໍ້ລາດບັງຫຼວງແມ່ນຄວາມຮຽກຮ້ອງຕ້ອງການອັນຈຳເປັນອັນໜຶ່ງຂອງວົງສາຄະນະຍາດສາກົນ.ດັ່ງນັ້ນກອງປະຊຸມໃຫຍ່ຈຶ່ງໄດ້ມີມະຕິເລກທີ 55/6, ລົງວັນທີ 14 ທັນວາ 2000 ໄດ້ກຳນົດຄວາມຈຳເປັນຕ້ອງມີກົດໝາຍສາກົນ ທີ່ມີຜົນສັກສິດໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ໃນໂລກ.
ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການສໍ້ລາດບັງຫຼວງ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ໃນວັນທີ 18 ທັນວາ 2002 ທີ່ນະຄອນຫລວງນີວຢອກ ປະເທດສະຫະລັດອາເມລິກາ. ສົນທິສັນຍາດັ່ງກ່າວໄດ້ເປີດໃຫ້ບັນດາລັດພາຄີລົງນາມເຂົ້າເປັນສະມະຊິກໃນວັນທີ 9 ທັນວາ 2003 ທີ່ເມລິດາ ປະເທດແມ໋ກຊີໂກ, ຊຶ່ງມາຮອດປະຈຸບັນນີ້ ມີ 183 ພາຄີ ໃນນັ້ນເປັນສະມະຊິກ 178 ປະເທດ, ສຳລັບປະເທດ ສປປ ລາວ ໄດ້ລົງນາມສົນທິສັນຍາວ່າດ້ວຍການຕ້ານການສໍ້ບັງຫຼວງ ໃນວັນທີ່ 10 ທັນວາ 2003 ແລະ ໃຫ້ສັດຕະຍະບັນ ໃນວັນທີ່ 25 ກັນຍາ 2009.
ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນປີ 2003 ໄດ້ອອກມະຕິສະບັບເລກທີ 58/4 ໂດຍກຳນົດເອົາວັນທີ 9 ທັນວາ ຂອງທຸກໆປີ ເປັນວັນຕ້ານການສໍ້ລາດບັງຫຼວງສາກົນ. ນັບແຕ່ນັ້ນມາວັນທີ 9 ທັນວາ ໄດ້ກາຍເປັນວັນທີ່ມີຄວາມໝາຍສຳຄັນ, ເປັນວັນແຫ່ງຄວາມສາມັກຄີຮ່ວມແຮງຮ່ວມໃຈກັນ ໃນການຕໍ່ຕ້ານການສໍ້ລາດບັງຫຼວງຂອງບັນດາປະເທດພາຄີ ແລະ ບັນດາປະຊາຊາດ ໃນທົ່ວໂລກ. ເວົ້າລວມ-ເວົ້າສະເພາະ ເມືອງວັງວຽງ, ແຂວງວຽງຈັນ ກໍ່ໄດ້ມີມະຕິຕົກລົງສະບັບເລກທີ 009/ຄປພ.ມວວ, ລົງວັນທີ່ 29 ມັງກອນ 2018 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ກະກຽມການຈັດຕັ້ງປະຖະກະຖາວັນສ້າງຕັ້ງຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 14 ປີ ແລະ ໄດ້ແຕ່ງຕັ້ງຄະນະລົງໂຄສະນາ ແລະ ສຶສາອົບຮົມໃຫ້ແກ່ຄະນະພັກ, ການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ, ສະມະຊິກພັກ, ພະນັກງານລັດຖະກອນ, ທະຫານ,ຕຳຫຼວດໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມໝາຍຄວາມສຳຄັນ ຂອງວັນສ້າງຕັ້ງຕ້ານການສໍ້ລາດບັງຫຼວງສາກົນ.
ທີມຂ່າວ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ