ເມືອງກາສີ ໄດ້ຈັດພິທີປະກາດຮັບຮອງ ເອົາສະຫະພັນແມ່ຍິງ 3 ດີ ຄັ້ງທີ 2 ແລະ ເມືອງປະຕິບັດສິດສະເໝີພາບຍິງ - ຊາຍ ຂື້ນເມື່ອບໍ່ດົນນີ້, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານນາງ ຈັນທະບຸນ ໂພສະລາດ ກຳມະການພັກແຂວງ, ປະທານສະຫະພັນແມ່ແຂວງວຽງຈັນ,ມີ ທ່ານ ຄຳສົດ ເພັດລາວັນ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງໆກາສີ, ມີບັນເຈົ້າເມືອງອ້ອມຂ້າງ, ປະທານຮອງປະທານອົງການຈັດຕັ້ງມະຫາຊົນຂັ້ນແຂວງ,ຂັ້ນເມືອງ, ມີບັນດາຕົວແທນສະຫະພັນແມ່ຍິງທົ່ວເມືອງເຂົ້າຮ່ວມ.
ທ່ານນາງ ມິນທະລາ ສຸມັງຄະລະ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງກາສີ ໄດ້ຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີໃນໄລຍະຜ່ານມາວ່າ: ສະຫະພັນແມ່ຍີງເມືອງກາສີປະກອບມີ 70 ໜ່ວຍ, ໃນນີ້ມີໜ່ວຍບ້ານ 51 ໜ່ວຍ ແລະ ມີ 19 ໜ່ວຍກົມກອງອ້ອມຂ້າງເມືອງ, ມີຄະນະສະຫະພັນແມ່ຍີງເມືອງ ທັງໝົດ 15 ສະຫາຍ, ທົ່ວເມືອງມີ 51 ບ້ານ, ມີສະມາຊິກສະຫະພັນແມ່ຍິງທັງໝົດ 5,224 ສະຫາຍ,ໃນນີ້ເປັນພະນັກງານລັດຖະກອນ 274 ສະຫາຍ, ຢູ່ບ້ານ ມີ 4,805 ສະຫາຍ, ນັກຮຽນ 145 ຄົນ. ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ວາງອອກ ຄື: ພົນລະເມືອງດີ,ພັດທະນາດີແລະສ້າງຄອບຄົວດີ ທີ່ຕິດພັນກັບ ຂໍ້ແຂ່ງຂັນຮັກຊາດ-ພັດທະນາ ແລະ ຕິດພັນກັບການສ້າງໜ່ວຍພັກແຂງຮູ້ນໍາພາຮອບດ້ານ ແລະ ຂະບວນການສ້າງບ້ານແບບຢ່າງດ້ານຕ່າງໆ ແລະ ວຽກງານ 3 ສ້າງ, ເຊິ່ງສາມາດຈັດຕັ້ງໄດ້ດັ່ງນີ້: ສາມາດສ້າງບ້ານສະຫະພັນແມ່ຍິງ 3 ດີ ໄດ້ຈໍານວນ 48 ບ້ານ ແລະ 19 ໜ່ວຍອ້ອມຂ້າງຂອງເມືອງ, ສ້າງສະມາຊິກສະຫະພັນແມ່ຍິງ 3 ດີ ຈໍານວນ 4,901 ຄົນ, ໃນນີ້ ປະເພດ 1 ມີ ຈໍານວນ 4,701 ຄົນ, ປະເພດ 2 ມີ ຈໍານວນ 180 ຄົນ, ບໍ່ໄດ້ຈັດປະເພດ 145 ຄົນ; ໃນນີ້ໄດ້ມີບ້ານແບບຢ່າງດ້ານການປູກຝັງ-ລ້ຽງສັດ ຈໍານວນ 8 ບ້ານ, ໜ່ວຍແບບຢ່າງ 3 ດີ ມີ 5 ໜ່ວຍ, ມີຄອບຄົວແບບຢ່າງ 3 ດີ 5 ຄອບຄົວ, ອີງໃສ່ຕາມມາດຖານເງືອນໄຂແລ້ວເຫັນວ່າສະຫະພັນແມ່ຍິງ ແມ່ນສາມາດປະຕິບັດໄດ້ ຕາມມາດຖານເງື່ອນໄຂທີ່ສະຫະພັນແມ່ຍິງລາວວາງອອກ ຄົບຖ້ວນ ດ່ັງນັ້ນ, ທາງແຂວງ ຈື່ງໄດ້ອອກຂໍ້ຕົກລົງມອບໃບຢັ້ງຢືນໃຫ້ແກ່ເມືອງດັ່ງກ່າວເປັນເມືອງສະຫະພັນແມ່ຍິງ 3 ດີ ຄັ້ງທີ 2 ໄລຍະປີ 2015-2017.
ພ້ອມດຽວກັນນີ້ ທ່ານນາງ ໄພວັນ ຈັນທະມີໄຊ ຫົວໜ້າໜ່ວຍງານ ສົ່ງເສີມຄວາມກ້າວໜ້າແມ່ຍິງ ວຽກແມ່ ແລະ ເດັກເມືອງກາສີ ຍັງໄດ້ຂື້ນ່ານບົດສະຫຼຸບການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານ ເພື່ອຄວາມກ້າວໜ້າຂອງແມ່ຍິງ ວຽກແມ່ ແລະ ເດັກ ເມືຶອງກາສີ ໃນໄລຍະຜ່ານມາ ສາມາດຍາດໄດ້ຜົນງານຫລາຍດ້ານເປັນຕົ້ນໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງແນວຄິດເປັນຕົ້ນຕໍ ແລະ ຖືເອົາວຽກງານການພັດທະນາແມ່ຍິງເປັນສຳຄັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງແມ່ຍິງ ແລະ ເດັກນ້ອຍທຸກໆປີ, ໄດ້ເອົາໃຈໃສ່ເປັນເຈົ້າການໃນການເຜີຍແຜ່ເຊື່ອມຊືມເອກະສານຕ່າງໆກ່ຽວກັບແມ່ຍິງ ແລະ ເດັກນ້ອຍ, ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການປະຕິບັດແຜນຍຸດທະສາດການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກຂອງແມ່ຍິງ ແລະ ໄດ້ເຊື່ອມຊືມເອກະສານບົດບາດຍິງ - ຊາຍ. ເສີມສ້າງເພດຍິງໃຫ້ໄດ້ຍົກລະດັບການສຶກສາໃຫ້ເທົ່າທຽມກັບເພດຊາຍ ແລະ ເອົາໃຈໃສ່ດ້ານສຸຂະພາບໃຫ້ແກ່ແມ່ຍິງ ແລະ ເດັກ. ໄດ້ເພີ່ມແມ່ຍິງເຂົ້າໃນຕໍາ ແໜ່ງວຽກງານຕ່າງໆຂອງຄະນະພັກ ອຳນາດການປົກຄອງຂອງເມືອງ ແລະ ທຸກຂັ້ນ ໄດ້ສ້າງຄວາມເຂັ້ມແຂງໃຫ້ບັນດາອົງການຈັດຕັ້ງທີ່ປົກປ້ອງສິດທິ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ, ໄດ້ເຂົ້າຮ່ວມຝຶກອົບຮົມເຄື່ອນໄຫວນໍາບັນດາໂຄງການທີ່ມາເຄື່ອນໄຫວນໍາວຽກງານແມ່ຍິງ ແລະ ເດັກນ້ອຍ, ສ້າງຄອບຄົວ ແລະ ບ້ານເມືອງພັດທະນາຕິດພັນກັບສິດສະເໝີພາບຍິງ - ຊາຍປະສາຈາກການໃຊ້ຄວາມຮຸນແຮງໃນຄອບຄົວ ໂດຍສະເພາະຕໍ່ແມ່ຍິງ ແລະ ເດັກນ້ອຍ. ສາມາດປະເມີນໄດ້ທົ່ວເມືອງ ມີ 51 ບ້ານ, ມີ 7603 ຄອບຄົວ, ໃນນີ້ປະເມີນໄດ້ຕາມມາດຖານ 50 ບ້ານ, ມີ 6,771 ຄອບຄົວ ເທົ່າກັບ 88,55 ສ່ວນຮ້ອຍ, ດັ່ງນັ້ນ, ອໍານາດການປົກຄອງເມືອງຈື່ງໄດ້ມອບໃບຢັ້ງຢືນໃຫ້ກັບໃຫ້ເປັນເມືອງປະຕິບັດສິດສະເໝີພາບຍິງ - ຊາຍ.
ໃນໂອກາດນີ້ ທ່ານນາງ ຈັນທະບູນ ໂພສະລາດ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງແຂວງ ຍັງໄດ້ໃຫ້ກຽດມີຄໍາເຫັນ ພ້ອມທັງໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ເມືອງ ແລະ ລັ່ງຄ້ອງ 9 ບາດ ພ້ອມທັງຕັດແຖບຜ້າເພື່ອເປັນສິຣິມຸງຄຸນໃຫ້ແກ່ເມືອງອີກດ້ວຍ
ທີມຂ່າວ ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ