ໂດຍປະຕິບັດຕາມແຜນຂອງພັກ-ລັດ ຖະບານ ແຫ່ງ ສປປ ລາວ ວ່າດ້ວຍການປັບປຸງກໍ່ສ້າງກຳລັງປະກອບອາວຸດ ໃນກອງທັບປະຊາຊົນລາວ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງພັກ-ລັດ ໃນໄລຍະໃໝ່, ໃນນີ້ທົ່ວແຂວງຫົວພັນ ມີແຜນຮັບທະຫານພັນທະໃໝ່ ສົກ 2017-2018 ທັງໝົດ 390 ສະຫາຍ, ແບ່ງໃຫ້ເມືອງຊຳໃຕ້ ຈຳນວນ 35 ສະຫາຍ. ໃນນີ້ສາມາດປຸກລະດົມໄດ້ 33 ສະຫາຍ
ມາໃນຕອນແລງຂອງວັນທີ 30 ມັງກອນ 2018 ຜ່ານມານີ້ ເມືອງຊຳໃຕ້ ແຂວງຫົວພັນ ໄດ້ຈັດໃຫ້ມີພິທີມອບ-ຮັບ ທະຫານພັນທະ ປະຈຳສົກ 2017-2018 ຂື້ນຢູ່ທີ່ກອງບັນຊາການທະຫານເມືອງ ຢ່າງເປັນທາງການ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຮິນທອງ ດວງຈັນສຸກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ, ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ແລະ ສະຫາຍ ພັນຕີ ສົມຫວັງ ຄຳບຸນມີ ຫົວໜ້າພະແນກໂຄສະນາຫ້ອງການເມືອງ ຄະນະລະດົມ ກອງບັນຊາການທະຫານແຂວງ, ເຂົ້າຮ່ວມຂອງສະຫາຍ ພັນໂທ ຖົ່ງທໍ່ ກາເລົາທໍ່ ຄະນະປະຈໍາ ພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງ ພ້ອມດ້ວຍຄະນະ ຕະຫຼອດຮອດບັນດາທະຫານໃໝ່ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ຮິນທອງ ດວງຈັນສຸກ ເຈົ້າເມືອງຊໍາໄຕ້ ປະທານປ້ອງກັນຊາດ - ປ້ອງກັນຄວາມສະຫງົບເມືອງຊຳໃຕ້ ໄດ້ເປັນກຽດຂື້ນມີຄໍາເຫັນກ່າວມອບທະຫານພັນທະໃໝ່ ຂອງເມືອງຊໍາໃຕ້ ຈຳນວນ 33 ສະຫາຍ, ເຜົ່າມົ້ງ 1 ສະຫາຍ, ລາວລຸ່ມ 32 ສະຫາຍ ໃຫ້ກອງບັນຊາການທະຫານ
ແຂວງ ແລະ ເປັນກຽດກ່າວຮັບຂອງສະຫາຍ ພັນຕີ ສົງຫວັງ ຄຳບຸນມີ ເພື່ອສືບຕໍ່ນຳເອົາເຂົາເຈົ້າໄປສຶກສາອົບຮົມ, ສັ່ງສອນ ໃຫ້ກາຍເປັນພະນັກງານນັກຮົບທີ່ດີໃນອານາຄົດ. ຫຼັງຈາກສຳເລັດພິທີ ທາງການນຳເມືອງຊຳໃຕ້ ພ້ອມດ້ວຍພະນັກງານອ້ອມຂ້າງເມືອງ ຍັງໄດ້ຈັດໃຫ້ມີພິທີ ບາສີສູ່ຂັວນໃຫ້ທະຫານໃໝ່ ເພື່ອເປັນຂັວນກຳລົງໃຈເຂົາເຈົ້າຕື່ມອີກ
ທີມຂ່າວ ເມືອງຊໍາໄຕ້ ( ສົມສຸກ ໄຊຍະວົງ)
Editor: ກຳປານາດ ລັດຖະເຮົ້າ