ວັນນທີ 31 ມັງກອນ 2018 ຜ່ານມານີ້ ທ່ານ ຄຳໄຕ ສີພັນດອນ ອາດີດປະທານພັກ, ອາດີດປະທານປະເທດ ແຫ່ງ ສປປ ລາວ, ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຄໍາເຜິຍ ບຸດດາວຽງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ພ້ອມດ້ວຍຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ 4 ຕົວເມືອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງຈາກອົງການ, ພະແນກການອອ້ມຂ້າງແຂວງເຂົ້າຮ່ວມຕ້ອນຮັບ ແລະ ຮັບຟັງການໂອ້ລົມໃນຄັ້ງນີ້.
ທ່ານ ຄຳເຜີຍ ບຸດດາວຽງ ເລຂາພັກແຂວງ-ເຈົ້າແຂວງໆເຊກອງ ໄດ້ລາຍງານ ການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດການພັດທະນາເສດຖະກິດ-ສັງຄົມຂອງແຂວງເຊກອງ ປີ 2017 ແລະ ໃນໂອກາດດັ່ງກ່າວນີ້ ທ່ານ ຄໍາໄຕ ສີພັນດອນ ອາດີດປະທານປະເທດແຫ່ງ ສປປ ລາວ ກໍ່ໄດ້ໂອ້ລົມ ແລະ ໄດ້ເນັ້ນໜັກ ໃຫ້ຄະນະນໍາແຂວງເຊກອງ ຈົ່ງພອ້ມກັນເອົາໃຈໃສ່ ສືບຕໍ່ປັບປຸງ, ການຄຸ້ມຄອງການນຳພາໃຫ້ດີຂຶ້ນກວ່າເກົ່າ,ສືບຕໍ່ກໍ່ສ້າງວຽກງານພັກ-ພະນັກງານໃຫ້ໜັກແໜ້ນເຂັ້ມແຂວງ, ສ້າງຮາກຖານການເມືອງຕິດພັນກັບວຽກງານ 3 ສ້າງ ໂດຍສະເພາະການສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ເຮັດໃຫ້ສະພາບຢູ່ຂັ້ນບ້ານມີການຫັນປ່ຽນທີ່ດີຂຶ້ນ ປະຊາຊົນມີຄວາມຢູ່ດີກິນດີ, ລົບລ້າງການເຊື່ອຖືແບບງົບງວາຍຂອງປະຊາຊົນບັນດາເຜົ່າ ເພື່ອຫັນສູ່ການພັດທະນາຄອບຄົວໃຫ້ແທດເໝາະກັບສະພາບຄວາມເປັນຈິງໃນປະຈຸບັນ, ເອົາໃຈໃສ່ຊຸກຍູ້ການປະຕິບັດລະບຽບກົດໝາຍ, ສະກັດກັ້ນບັນຫາຢາເສບຕິດ ແລະ ການສໍ້ລາດບັງຫຼວງໃຫ້ໝົດໄປຢ່າງສີ້ນເຊີງ, ສ້າງພື້ນຖານໂຄງລ່າງເສດຖະກິດ-ສັງຄົມຢ່າງໜັກແໜ້ນ ດ້ວຍການຊຸກຍູ້ສົ່ງເສີມປະຊາຊົນຜະລິດເປັນສີນຄ້າ ຄຽງຄູ່ກັບການສະໝອງເຕັກນິກ ແລະ ເຄື່ອງມືການຜະລິດທີ່ທັນສະໄໝ ເພື່ອຕອບສະໝອງໄດ້ການບໍລິໂພກພາຍໃນ ແລະ ສົ່ງອອກອັນເປັນພື້ນຖານທີ່ສຳຄັນຂອງການສ້າງເສດຖະກິດຂອງແຂວງໃຫ້ແຂງແຮງ, ສ້າງກົນໄກທີ່ສອດຄ່ອງ ແລະ ສັກສິດ ຕໍ່ກັບການປະຕິບັດລະບຽບກົດໝາຍ, ຊຸກຍູ້ການສ້າງຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າໃຫ້ໜັກແໜ້ນ, ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ປະຕິບັດວຽກງານປອ້ງກັນຊາດ- ປອ້ງກັນຄວາສະຫງົບໃຫ້ໜັກແໜ້ນ - ເຂັ້ມແຂງ, ສ້າງໃຫ້ໄດ້ໜໍ່ແໜງສັງຄົມນິຍົມຢູ່ຮາກຖານເທື່ອລະກ້າວ,
ຖວທ ແຂວງເຊກອງ.
Editor: ກຳປານາດ ລັດຖະເຮົ້າ