ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານກະສິກໍາ ແລະ ປ່າໄມ້ ປະຈໍາປີ 2017 ແລະ ວາງທິດທາງແຜນການປີ 2018 ຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃເມື່ອບໍ່ດົນນີ້ ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໄຊສົມບູນ, ມີການນໍາຂັ້ນເມືອງ, ຫ້ອງການກະສິກໍາ ແລະ ປ່າໄມ້ 5 ເມືອງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫຼຸບ ປະຈໍາປີ 2017 ແລະ ວາງທິດທາງແຜນການປີ 2018. ນອກຈາກນັ້ນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ບັນດາ 5 ເມືອງທີ່ເຂົ້າຮ່ວມ ໄດ້ລາຍງານກ່ຽວກັບກິດຈະກຳທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ບັນດາຜູ້ເຂົ້າຮ່ວມ ຍັງໄດ້ສຸມໃສ່ທຸກສະຕິປັນຍາຂອງຕົນ ໃນການປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບ ເພື່ອພ້ອມກັນປຶກສາຫາລື ແລະ ປັບປຸງຮ່າງບົດສະຫຼຸບ ໃຫ້ມີເນື້ອໃນສົມບູນດີຂຶ້ນກວ່າເກົ່າ ແລະ ກໍ່ເພື່ອວາງທິດທາງ ແລະ ຄາດໝາຍແຜນການພັດທະນາຂະແໜງກະສິກຳ ແລະ ປ່າໄມ້ແຂວງໄຊສົມບູນ ປະຈຳປີ 2018 ກໍຄື ບັນດາເມືອງໃນທົ່ວແຂວງ ໂດຍສຸມໃສ່ການຜະລິິດສະບຽງອາຫານ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ໄປຄຽງຄູ່ກັບການປົກປັກຮັກສາຊັບພະຍາກອນປ່າໄມ້, ຊີວະນາໆພັນ ແລະ ສິ່ງແວດລ້ອມໃຫ້ມີຄວາມຍືນຍົງ, ສືບຕໍ່ພັດທະນາຂົງເຂດກະສິກໍາ ແລະ ປ່າໄມ້ ແຂວງໄຊສົມບູນ ໃຫ້ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ.
Editor: ນັກຂ່າວແຂວງໄຊສົມບູນ