ໃນພິທີອັນມີຄວາມໝາຍ, ຄວາມສຳຄັນ ຄະນະນຳຂອງເມືອງ ແລະ ຄະນະພັກ, ຄະນະບັນຊາ ກອງບັນຊາການທະຫານເມືອງວຽງທອງ ໄດ້ພ້ອມກັນວາງກະຕ່າດອກໄມ້ ພ້ອມທັງຈຸດທູບຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ, ຈາກນັ້ນພິທີ ຈຶ່ງໄດ້ຮັບຟັງການຂື້ນເລົ່າຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 69 ປີຂອງທ່ານ ຄຳມອນ ໄຊພົມມີ, ຮອງເລຂາພັກເມືອງ, ຮອງເຈົ້າເມືອງວຽງທອງ ໂດຍຈັດຂື້ນ ທີ່ ສະໂມສອນກອງບັນຊາການທະຫານເມືອງວຽງທອງ, ແຂວງບໍລິຄໍາໄຊ ຊຶ່ງມີ ຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານ ພ້ອມດ້ວຍບັນດາຫົວໜ້າຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ມູນເຊື້ອແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 69 ປີຜ່ານມາ ສະແດງໃຫ້ເຫັນເຖິງປະຫວັດສາດ ແຫ່ງການຊີ້ນຳ-ນຳພາໂດຍກົງເດັດຂາດ ແລະ ຮອບດ້ານຂອງພັກ ອັນເປັນຫຼັກການພື້ນຖານທີ່ຮັບປະກັນໃຫ້ກອງທັບມີຄວາມເຂັ້ມແຂງ ແລະ ສູ້ຮົບມີໄຊ, ຍືດໝັ້ນ, ສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຍັ້ງ, ຍົກໃຫ້ເຫັນຜົນງານການປົກປັກຮັກສາ-ສ້າງສາພັດທະນາປະເທດຊາດຂອງກອງທັບ ເພື່ອຈະໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ອັນດີງາມ, ປະຕິບັດຮັບໃຊ້ພັກ, ຮັບໃຊ້ຊາດດ້ວຍຄວາມຈົ່ງຮັກພັກດີ ແລະ ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ
ໃນພິທີດັ່ງກ່າວ ບັນດາການນຳຂອງເມືອງ, ຂອງແຕ່ລະຫ້ອງການ ກໍ່ໄດ້ນໍາເອົາກະຕ່າຂອງຂວັນ ມາມອບອວຍພອນໃຫ້ ນາຍ ແລະ ພົນທະຫານໃນກອງບັນຊາການທະຫານເມືອງວຽງທອງ ຕື່ມອີກ.
Editor: ນັກຂ່າວເມືອງວຽງທອງ