ໃນວັນທີ່ 26 ມັງກອນ 2018 ຢູ່ສະໂມສອນເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ. ສະຫະພັນນັກຮົບເກົ່າເມືອງ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານຄັ້ງທີ III ສະໄໝທີ່ III ຂື້ນ ໂດຍເປັນປະທານຂອງທ່ານ ອ່ອນແກ້ວ ອຸດລາຍັນ ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງ, ປະທານສະຫະພັນນັກຮົບເກົ່າເມືອງ ວຽງທອງ, ເຊິ່ງເປັນກຽດເຂົ້າຮ່ວມຂອງທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫຫ້ອງການ, ຮອງຫ້ອງການ, ພະນັກງານບໍານານ, ພະນັກງານອາວຸດໂສ ແລະ ສະມາຊິກສະພັນນັກຮົບເກົ່າເຂົ້າຮ່ວມທັງໝົດ 42 ສະຫາຍ.
ໃນກອງປະຊຸມໄດ້ຜ່ານບົດສະຫຼຸບການເຄື່ອນໄຫວປະຕິບັດວຽກງານໄລຍະ1 ປີຜ່ານມາ ເຊີ່ງຍົກໃຫ້ເຫັນຈຸດດີ,ຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນຊອກວິທີແກ້ໄຂໃນຕໍ່ໜ້າ ພ້ອມນີ້ກອງປະຊຸມໄດ້ຜ່ານ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2018 ເປັນຕົ້ນແມ່ນສືບຕໍ່ການສຶກສາອົບຮົມດ້ານແນວຄິດການເມືອງໃຫ້ແກ່ພະນັກງານ-ລັດຖະກອນ, ສືບຕໍ່ສ້າງຂະບວນການ 3 ດີ 6 ຮັກສາໂດຍຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ການພັດທະນາຂອງສະມາຊິກນັກຮົບເກົ່າ, ເອົາໃສ່ສຶກສາອົບຮົມໃຫ້ສະມາຊິກນັກຮົບເກົ່າໃຫ້ມີຄວາມສາມັກຄີໃນຖັນແຖວ ແລະ ກັບປະຊາຊົນບັນດາເຜົ່າ, ລົງຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ບັນດາເຂດຮາກຖານນັກຮົບເກົ່າ, ປັບປຸງບາງໜ່ວຍນັກຮົບເກົ່າທີ່ມີການຍົກຍ້າຍ ແລະ ເສຍຊິວິດ, ເກັບກໍາສະຖິຕິຈໍານວນນັກຮົບເກົ່າໃຫ້ມີຄວາມຊັດເຈນ, ຊຸກຍູ້ ແລະ ເກັບກໍາຜົນງານການພັດທະນາເສດຖະກິດຄອບຄົວນັກຮົບເກົ່າໃຫ້ມີຄວາມພັດທະນາຕື່ມ, ສືບຕໍ່ລົງຊຸກຍູ້ສ້າງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃຫ້ໄດ້ຕາມຄາດໝາຍ, ສົມທົບກັບກອງຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຂອງ ສສ ຫວຽດນາມ ທີ່ມາເກັບກຳ ແລະ ດຳເນີນຂຸດຄົ້ນອັດຖິຢູ່ເມືອງ ແລະ ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄໍາຄິດເຫັນຢ່າງກົງໄປກົງມາຕໍ່ກອງປະຊຸມ ເພື່ອຄວາມເປັນເອກະພາບ ແລ້ວນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ໃນກອງປະຊຸມກໍ່ໄດ້ມອບໃບຍ້ອງຍໍໃຫ້ແກ່ສະມາຊິກນັກຮົບເກົ່າຜູ້ທີ່ມີຜົນງານດີເດັ່ນການປະຕິບັດວຽກງານໄລຍະຜ່ານມາ. ທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ວຽງທອງຕື່ມອີກ.
Editor: ຫ້ອງການ ຖວທ ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ.