ວັນທີ 25 ມັງກອນ 2018 ນີ້ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດພິທີມອບບັດສະມາຊິກພັກສົມບູນ ຊຸດທີ III ຂື້ນ ຢູ່ທີ່ສະໂມສອນໃຫຍ່ກອງບັນຊາການ ປກສ ແຂວງ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພັນໂທ ບົວເຄືອ ລັດຕະນະວົງ ຮອງເລຂາອົງຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີພະນັກງານສະມາຊິກພັກອ້ອມຂ້າງ ແລະ ຜູ້ທີ່ໄດ້ຮັບບັດສະມາຊິກພັກສົມບູນເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັນໂທ ຄໍາໄມ ແກ່ນຄໍາຈັນ ຮອງປະທານກວດກາພັກກອງບັນຊາການ ປກສ ແຂວງ , ຮອງຫົວໜ້າຫ້ອງການເມືອງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ບໍລິຄໍາໄຊ ສະບັບເລກທີ 759/ຄປພ.ຂບຊ, ລົງວັນທີ 06 ກັນຍາ 2017 ວ່າດ້ວຍການມອບບັດສະມາຊິກພັກສົມບູນ ໃຫ້ສະມາຊິກພັກທີ່ສັງກັດຢູ່ຄະນະພັກກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຈໍານວນ 43 ສະຫາຍ, ຍິງ 06 ສະຫາຍ ໃນນັ້ນ, ໜ່ວຍພັກພະແນກ ຕມ ຈໍານວນ 04 ສະຫາຍ, ໜ່ວຍພັກພະແນກຄຸ້ມຄອງຕ່າງປະເທດ-ຕໍາຫຼວດທ່ອງທ່ຽວ ຈໍານວນ 10 ສະຫາຍ, ໜ່ວຍພັກພະແນກຫ້ອງການ ຫນຶ່ງສູນຫນຶ່ງ 101 ຈໍານວນ 04 ສະຫາຍ, ໜ່ວຍພັກຮາກຖານຄ້າຍຄຸມຂັງ-ດັດສ້າງ ຈໍານວນ 02 ສະຫາຍ, ໜ່ວຍພັກຮາກຖານຫ້ອງພະລາທິການ ຈໍານວນ ຈໍານວນ 02 ສະຫາຍ, ໜ່ວຍພັກຮາກຖານກອງພັນເຄື່ອນທີ່ ສອງສູນແປດ 208 ຈໍານວນ 02 ສະຫາຍ, ໜ່ວຍພັກພະແນກພັກ-ອົງການຈັດຕັ້ງມະຫາຊົນ, ກວດກາປ້ອງກັນກໍາລັງ ຈໍານວນ 01 ສະຫາຍ, ໜ່ວຍພັກຈັດຕັ້ງ-ພະນັກງານ, ນະໂຍບາຍປະກັນສັງຄົມ ຈໍານວນ 04 ສະຫາຍ, ຍິງ 02 ສະຫາຍ, ໜ່ວຍພັກພະແນກຄົ້ນຄວ້າສັງລວມ-ປະຫວັດສາດ ຈໍານວນ 04 ສະຫາຍ, ຍິງ 02 ສະຫາຍ, ໜ່ວຍພັກພະແນກບໍລິຫານ-ກົດລັບ ຈໍານວນ 02 ສະຫາຍ, ຍິງ 01 ສະຫາຍ, ໜ່ວຍພັກພະແນກ ຫນຶ່ງສູນຫ້າ, ຫນຶ່ງສູນເຈັດ 105, 107 ຈໍານວນ 04 ສະຫາຍ, ຍິງ 01 ສະຫາຍ.
ໃຫ້ກຽດຂື້ນມອບບັດໂດຍ ສະຫາຍ ພັນໂທ ບົວເຄືອ ລັດຕະນະວົງສາ ຮອງເລຂາອົງຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ໃນໂອກາດດຽວກັນສະຫາຍຍັງໄດ້ໃຫ້ຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ກ່າວວ່າ: ການມອບບັດສະມາຊິກພັກສົມບູນໃນຄັ້ງນີ້ ປຽບເໝືອນເປັນເອກະສານທີ່ຢັ້ງຢືນເຖິງສະຖານະຂອງສະມາຊິກພັກສົມບູນຜູ້ທີ່ດີເດັ່ນ, ມີຄຸນງາມຄວາມດີ, ມີຄວາມບໍລິສຸດຕໍ່ຊາດ, ຕໍ່ປະຊາຊົນ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ດັ່ງນັ້ນ ການມອບບັດສະມາຊິກພັກສົມບູນ ແມ່ນເປັນການປັບປຸງພາຍໃນພັກ, ປັບປຸງຄວາມສາມັກຄີເປັນເອກະພາບໃນທົ່ວພັກ, ພ້ອມນັ້ນຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ກໍ່ຄືສະມາຊິກພັກ, ພະນັກງານ-ນັກຮົບດ້ວຍກັນ, ຮຽກຮ້ອງໃຫ້ສະຫາຍສະມາຊິກພັກທີ່ໄດ້ຮັບບັດ ແລະ ຍັງບໍ່ທັນໄດ້ຮັບໃນຄັ້ງນີ້ ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຮໍ່າຮຽນມູນເຊື່ອທີ່ດີຂອງພັກ, ຂອງຊາດ, ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ ແລະ ສະມາຊິກພັກ, ພ້ອມກັນຕັ້ງໜ້າສ້າງພັກໃຫ້ກາຍເປັນພັກທີ່ທັນສະໄໝ, ປອດໄສ, ໜັກແໜ້ນ ແລະ ເຂັ້ມແຂງຕໍ່ໄປ.
Editor: ຂ່າວ ປກສ ແຂວງບໍລິຄຳໄຊ