ເພື່ອເປັນການປະຕິບັດ ກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ 10 ໝວດທີ 4 ມາດຕາທີ 23 ວ່າດ້ວຍໜ້າທີ່ຂອງຄະນະບໍລິຫານງານພັກເມືອງ 3 ເດືອນໃດຕ້ອງເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ 1 ຄັ້ງ. ດັ່ງນັ້ນ ມາໃນທ້າຍເດືອນມັງກອນ 2018 ນີ້ ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ຈັດໃຫ້ມີກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 10 ສະໄໝທີ 10 ຂື້ນຢູ່ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາເມືອງ ຢ່າງເປັນທາງການ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຄຳສອນ ເທບວົງຊຳ ຄະນະປະຈໍາພັກແຂວງ, ປະທານກວດກາພັກ-ລັດແຂວງ ແລະ ສະຫາຍ ຮິນທອງ ດວງຈັນສຸກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສົມພອນ ອິນຄະວິໄລ ຫົວໜ້າພະແນກ ຍຸຕິທຳ ສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງຊຳໃຕ້, ມີບັນດາສະຫາຍໃນຄະນະປະຈໍາ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ຕະຫຼອດຮອດເລຂາ ຄະນະພັກກຸ່ມບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ສະຫາຍ ທອງຫວັງ ຄູນທອນຮຸ່ງມີໄຊ ຄະນະປະຈຳ ຮອງເຈົ້າເມືອງ ໄດ້ຂື້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ2017 ແລະ ແຜນການປີ 2018 ເຫັນວ່າສະພາບເສດຖະກິດມີການຂະຫຍາຍຕົວ, ສະພາບການຜະລິດ, ການບໍລິໂພກ ແລະ ການຊົມໃຊ້ຂອງປະຊາຊົນນັບມື້ດີຂື້ນ, ຕົວເລກລວມຍອດລາຍຮັບ ຈີດີຟີ ບັນລຸ 250,14 ຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນໄດ້ 6 ລ້ານກ່ວາກີບ ຫຼື ເທົ້າກັບ 794 ໂດລາ, ອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ 7,48%, ໃນນີ້ຂະແໜ່ງກະສິກຳ ແລະ ປ່າໄມ້ເພີ່ມຂື້ນ 8,66%, ກວມເອົາ 52,84% ຂອງຈີດີຟີ, ຂະແໜ່ງອຸດສາຫະກຳເພີ່ມຂື້ນ 21,60% ກວມເອົາ 25,06% ຂອງຈີດີຟີ, ແລະ ຂະແໜ່ງການບໍລິການເພີ່ມຂື້ນ 14,88% ກວມເອົາ 22,10% ຂອງຈີດີຟີ. ນອກນີ້ຄະນະຮັບຜິດຊອບໄດ້ຜັດປ່ຽນກັນຂື້ນຜ່ານບັນດາເອກະສານທີ່ສຳຄັນເປັນຕົ້ນ: ບົດສະຫຼຸບ ແລະ ແຜນການຂອງວຽກງານການເງີນ, ວຽກງານພັດທະນາຊົນນະບົດຮອບດ້ານ, ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ. ແລະ ຂໍ້ຕົງລົງບົງຕົວແຕ່ງຕັ້ງຄະນະປະຈຳພັກເມືອງ ແລະ ຮອງເລຂາພັກເມືອງເພີ່ມເຕີມ.
ຫຼັງຈາກນັ້ນ ຜູ້ແທນຂອງກອງປະຊຸມຍັງໄດ້ພ້ອມເອົາໃຈໃສປະກອບຄຳຄິດ, ຄຳເຫັນ ຢ່າງກົງໄປກົງມາ ແລະ ເປັນເອກະພາບກັນ ເພື່ອສ້າງທຸກເງື່ອນປັບປຸງບັນຫາທີ່ຍັງບໍ່ຍັງຄ້າງຄາໃຫ້ນັບມື້ດີຂື້ນ. ກອງປະຊຸມທີ່ມີຄວາມໝາຍ, ຄວາມສຳຄັນນີ້ ສະຫາຍ ສະຫາຍ ຄຳສອນ ເທບວົງຊຳ ຍັງໄດ້ມີຄຳເຫັນຊີ້ນຳ ແລະ ໂອ້ລົມເຊີ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜູ້ແທນທີ່ມີຄວາມຮັບຜິດຊອບສູງຕໍ່ການປະກອບຄຳຄິດຄຳເຫັນ ແລ້ວຢາກໃຫ້ເນື້ອໃນດັ່ງກ່າວໄດ້ຮັບການແກ້ໄຂສະຫາຍຍັງໄດ້ເໜັ່ນນັກໃຫ້ທາງເມືອງກຸ່ມບ້ານ, ເມືອງ ມີການຫັນປ່ຽນ, ປັບປຸງແກ້ໄຂບັນຫາທີ່ຍັງຄ້າງຄາ ແລະ ເສີມຂະຫຍາຍບັນຫາທີ່ດີສາມາດເປັນມູນເຊື້ອ, ນອກນີ້ສະຫາຍຍັງໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນເອົາໃຈໃສເຮັດວຽກງານການເມືອງແນວຄິດຕື່ມອີກ. ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 2 ວັນຈິ່ງສຳເລັດ.
ນັກຂ່າວເມືອງຊຳໃຕ້ ແຂວງຫົວພັນ, (ສົມສຸກ ໄຊຍະວົງ)
Editor: ກຳປານາດ ລັດຖະເຮົ້າ