ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 25 ມັງກອນ 2018 ຜ່ານມານີ້ ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຊຳໃຕ້, ແຂວງຫົວພັນ ຝ່າຍລາວນຳໂດຍ ສະຫາຍ ພັນຕີ ຄຳເພັດ ໄຊວີເຮືອງ ກຳມະການພັກເມືອງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຊຳໃຕ້ ແລະ ຝ່າຍ ສສ. ຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ລິງເທ ຮ້ຽນ ຫົວໜ້າຄ້າຍທະຫານຊາຍແດນທົ່ງທູ່ ແຂວງເງ້ ອານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນໂທ ທົ່ງທໍ່ ກ່າເດົ່າທໍ່ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງຊຳໃຕ້, ມີທ່ານ ຄຳສະຫັວນ ຫົວໜ້າກອງຮ້ອຍທະຫານຊາຍແດນ ສອງຫນຶ່ງຫົກ (216) ປະຈໍາເມືອງຊໍາໃຕ້ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ ທັງໝົດ ຈໍານວນ 20 ສະຫາຍ, ຍິງ 1 ສະຫາຍ.
ໃນການຢ້ຽມຢາມ ແລະ ພົບປະແລກປ່ຽນຄັ້ງນີ້ ຄະນະຜູ້ແທນ ປກສ ເມືອງຊໍາໃຕ້ ກໍ່ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນທະຫານຊາຍແດນທົ່ງທູ່ ດ້ວຍຄວາມອົບອຸ່ນ ເຊີ່ງເຕັມໄປດ້ວຍຄວາມສາມັກຄີໄມຕີຈິດ ມິດຕະພາບ ໃນຖານະອ້າຍນ້ອງ ລາວ-ຫວຽດນາມ, ກອງປະຊູມຄັ້ງນີ້ ທັງສອງຝ່າຍ ໄດ້ຕີລາຄາສະພາບການຮ່ວມມື ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຢູ່ສອງຟາກຊາຍແດນ ໃນໄລຍະ 1 ປີຜ່ານມາ, ພ້ອມທັງຄົ້ນຄວ້າປຶກສາຫາລືທິດທາງການຮ່ວມມື ໃນ 6 ເດືອນໃນຕໍ່ໜ້າ. ເຊິ່ງທັງສອງຝ່າຍໄດ້ເອົາໃຈໃສ່ ຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ສວຍໃຊ້ສາສະໜາ ແລະ ບັນຫາສິດທິມະນຸດ ເປັນຂໍ້ອ້າງ ເພື່ອຫັວງມ້າງເພທຳລາຍການປະຕິວັດລາວ ແລະ ຫວຽດນາມ, ສະກັດກັ້ນອາສະຍາກຳ ການຄ້າຂາຍ-ຂົົນສົ່ງຢາເສບຕິດ ແລະ ສິນຄ້າທີ່ຜິດກົດໝາຍ. ສໍາລັບການຮ່ວມມືໃນຕໍ່ໜ້າ ທັງສອງຝ່າຍສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມດ້ານການເມືອງແນວຄິດ ໃຫ້ພະນັກງານນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ຢູ່ຕາມລຽບຊາຍແດນ, ຍົກສູງປະສິດທິຜົນວຽກງານປະສານສົບທົບດ້ານວິຊາສະເພາະ ການຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ເພື່ອເປັນການຮັດແໜ້ນຄວາມສາມັກຄີໃຫ້ແໜ້ນແຟ້ນຕື່ມອີກ ພ້ອມກັນນີ້, ທັງສອງຝ່າຍໄດ້ຕົກລົງພົບປະແລກປ່ຽນບົດຮຽນຈາກ 1 ຄັ້ງຕໍ່ປີ ມາເປັນ 6 ເດືອນ/ຄັ້ງ ເພື່ອເຮັດໃຫ້ການແລກປ່ຽນບົດຮຽນ ແລະ ການປະສານສົບທົບກັນ ໄດ້ຮັດແຫນ້ນ ທ່ວງທັນຕໍ່ການແກ້ໄຂບັນຫາຕ່າງໆ ແລະ ເຊີ່ງໃນຄັ້ງຕໍ່ໄປແມ່ນຄ້າຍທະຫານຊາຍແດນທົ່ງທູ່ ແຂວງເງ້ອານ ສສ.ຫວຽດນາມ ເປັນເຈົ້າພາບ.
ຂ່າວໂດຍ: ທອງແດງ ສີແກ້ວວົງອິນນາ ຫ້ອງການຖວທ ເມືອງຊຳໃຕ້
Editor: ກຳປານາດ ລັດຖະເຮົ້າ