ແຂວງອັດຕະປື ໄດ້ຈັດ ປາຖະກາຖາ ວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 69 ປີ, (20 ມັງກອນ 1949 ຫາ 2018 ) ຂື້ນທີ່ຫໍປະຊຸມໃຫຍ່ ແຂວງອັດຕະປື, ໂດຍພາຍໃຕ້ການເປັນປະທານ ປາຖະກາຖາ ໃນຄັ້ງນີ້ ແມ່ນ ທ່ານ ພັນເອກ ໂຊກໄຊ ພີມມາລາ ຫົວຫນ້າການເມືອງ ກອງບັນຊາການທະຫານ ແຂວງອັດຕະປື, ເຂົ້າຮ່ວມຮັບຟັງ ມີບັນດາການນໍາແຂວງ, ພະນັກງານຫລັກແຫລ່ງ, ລັດຖະກອນ ອ້ອມຂ້າງແຂວງ ຫລາຍກວ່າ 200 ກວ່າທ່ານ. ເຂົ້າຮ່ວມ.
ໃນພິທີ ທ່ານ ພັນເອກ ໂຊກໄຊ ພີມມາລາ ໄດ້ປາຖະກາຖາ ແລະ ຍົກໃຫ້ເຫັນປະຫວັດຄວາມເປັນມາ ຂອງວັນທີ 20 ມັງກອນ ເຊີ່ງເປັນວັນສ້າງຕັ້ງກອງທັບອິດສະຫລະ ຫລື ກອງທັບປະຊາຊົນລາວ ໃນປະຈຸບັນ. ເຊີ່ງໄດ້ຮັບການປະກາດສ້າງຕັ້ງຂື້ນທີ່ ເຂດລາວຮຸ່ງ-ພຽງສາ, ເມືອງຊຽງຄໍ້ ແຂວງຫົວພັນ. ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ບັນຊາການໂດຍກົງ ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ຢ່າງເປັນທາງການ ໂດຍພາຍໃຕ້ການນໍາພາຂອງພັກ ທີ່ມີແນວທາງທາງການເມືອງ ແລະ ການທະຫານອັນຖືກຕ້ອງ ລວມທັງການປະດິດຄິດສ້າງ ກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ ເຂັ້ມແຂງ ໃນແຕ່ລະໄລຍະ ແລະ ອັນພົ້ນເດັ່ນ ແມ່ນໄລຍະ ປີ 1973 ຫາ 1975 ເປັນໄລຍະຕໍ່ສູ້ປົກປັກຮັກສາສັນຕິພາບ ຄວາມຖືກຕ້ອງປອງດອງຊາດ, ປຸກລະດົມຂົນຂວາຍ ປະຊາຊົນບຸກໂຈມຕີຮອບດ້ານ ແລະ ນໍາໃຊ້ 3 ບາດຄ້ອນຍຸດທະສາດ ການລຸກຮື້ຂື້ນຂອງມະຫາຊົນ, ການໝູນໜີບ ຂອງກໍາລັງປະກອບອາວຸດ ແລະ ການແຍກຕົວອອກຂອງກໍາລັງທະຫານສັດຕູ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ປະກາດສ້າງຕັ້ງ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ພ້ອມກັນນີ້, ກອງທັບປະຊາຊົນລາວ ຍັງໄດ້ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ສ້າງຜົນງານໃນຫລາຍດ້ານ ພົ້ນເດັ່ນແມ່ນການປ້ອງກັນ, ການປົກປັກຮັກສາເຂດນໍ້າ ແດນດິນ ອໍານາດປະຊາທິປະໄຕ ແລະ ຜຶນແຜນດິນອັນຄົບຖ້ວນ ໄດ້ຢ່າງຫມັ້ນຄົງ.
ຂອບໃຈ ທີມຂ່າວ ຖວທ ແຂວງອັດຕະປື.
Editor: ກຳປານາດ ລັດຖະເຮົ້າ