ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍຊາວໜຸ່ມເສດຖະກິດ ເມືອງລະຄອນເພັງ ໄດ້ຈັດຂຶ້ນ ໃນທ້າຍອາທິດຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງ ໂດຍການເປັນປະທານຂອງທ່ານ ວຽງສີ ນວນສີໄຄ ເລຂາໜ່ວຍ ຊາວໜຸ່ມເສດຖະກິດ, ມີທ່ານ ບຸບຜາ ພົມມະລີ ເລຂາໜ່ວຍພັກ ຫົວໜ້າຫ້ອງການໆເງິນເມືອງ, ມີບັນດາເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ສະມາຊິກຊາວໜຸ່ມໜ່ວຍເສຖະກິດ ແລະ ແຂກຮັບເຊີນຈາກ ໜ່ວຍຊາວໜຸ່ມອ້ອມຂ້າງເມືອງເຂົ້າຮ່ວມ .
ກອງປະຊຸມໄດ້ຮັບຟັງບົດສະຫຼຸບລາຍງານການເຄື່ອນໄຫວໄລຍະ 5 ປີ ຂອງໜ່ວຍຊາວໜຸ່ມເສຖະກິດ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ບົດຮຽນ ແລະ ທິດທາງແຜນການ 5 ປີ 2018-2023 ເຊິ່ງໃນໄລຍະ 5 ປີຜ່ານມາຊາວໜຸ່ມໜ່ວຍເສດຖະກິດ ເມືອງລະຄອນເພັງ ມີຄວາມໜັກແໜ້ນດ້ານການເມືອງ- ແນວຄິດ, ມີຄວາມເຂັ້ມແຂງດ້ານການຈັດຕັ້ງ ແລະ ມີຜົນສໍາເລັດໃນການເຄື່ອນໄຫວ, ຊາວໜຸ່ມໜ່ວຍເສດຖະກິດ ມີສະມາຊິກທັງ ໝົດ 53 ຄົນ, ຍິງ 9 ຄົນ, ກວມເອົາ 4 ຫ້ອງການຄື: ຫ້ອງການໆເງິນ, ຫ້ອງການອຸດສາຫະກໍາ ແລະ ການຄ້າ, ຫ້ອງການໂຍທາທິການ ແລະ ຂົນສົ່ງ ແລະ ຫ້ອງການພະລັງານ ແລະ ບໍ່ແຮ່, ມີເງິນກອງທຶນທັງໝົດ 3,096,000 ກີບ ແລະ ໄດ້ຮັບນາມມະຍົດໜ່ວຍ 4 ບຸກ 1 ສະໄໝ.
ສ່ວນທິດທາງແຜນການ 5 ປີ ແມ່ນຈະສູ້ຊົນຮັກສານາມມະຍົດໜ່ວຍ 4 ບຸກໃຫ້ໄດ້ຢ່າງຕໍ່ເນື່ອງ ແລະ ໃນກອງປະຊຸມຍັງໄດ້ຮັບຟັງ ການຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມເມືອງ ວ່າດ້ວຍການແຍກໜ່ວຍຊາວໜຸ່ມເສດຖະກິດ ອອກເປັນ 3 ໜ່ວຍ ຄື: ໜ່ວຍຊາວໜຸ່ມຫ້ອງການ-ການເງິນ, ໜ່ວຍຊາວໜຸ່ມຫ້ອງການອຸດສາຫະກໍາ ແລະ ການຄ້າ ແລະ ໜ່ວຍຊາວໜຸ່ມຫ້ອງການໂຍທາທິການ ແລະ ຂົນສົ່ງ, ພ້ອມທັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍ ຂອງແຕ່ລະໜ່ວຍນຳອີກດ້ວຍ.
Editor: ນັກຂ່າວເມືອງລະຄອນເພັງ