ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ໄດ້ຈັດພິທີວາງສີລາລືກໂຄງການກໍ່ສ້າງ ໂຮງຮຽນທິດສະດີ ການເມືອງ ກອງທັບປະຊາຊົນລາວ ຂຶ້ນເມື່ອວັນທີ 19 ມັງກອນຜ່ານມາ, ທີ່ຖະໜົນ 450 ປີ (ເຂດບ້ານນາຄວາຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງ ຈັນ) ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງ ກັນປະເທດ, ມີສະຫາຍ ຫງວຽນ ບ່າຮຸ່ງ, ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ, ທີ່ປຶກສາທູດທະຫານຫວຽດນາມ, ຄະນະອຳນວຍການກຸ່ມ ບໍລິສັດ ເລກທີ 36 ກະຊວງ ປ້ອງກັນປະເທດ ສສ ຫວຽດນາມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການ ສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ທັງເປັນຫົວໜ້າກົມໃຫຍ່ການເມືອງກອງທັບ ຂຶ້ນລາຍງານເຖິງ ໂຄງການກໍ່ສ້າງໂຮງຮຽນດັ່ງກ່າວວ່າ ເປັນໂຄງການຊ່ວຍເຫຼືອຈາກກອງທັບ ສສ ຫວຽດນາມ ມອບເປັນຂອງຂວັນໃຫ້ ແກ່ກອງທັບປະຊາຊົນລາວ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 69 ປີ ຊຶ່ງເປັນໂຄງການ ກໍ່ສ້າງໄລຍະທີ 1 ໄດ້ອອກແບບກໍ່ສ້າງ ລວມມີ 17 ກິດຈະກຳ, ມີຕຶກອຳນວຍການ ແລະ ຫ້ອງການ 3 ຊັ້ນ 1 ຫຼັງ, ຕຶກໂຮງຮຽນ 2 ຊັ້ນ 2 ຫຼັງ, ຕຶກ ສະໂມສອນ 1 ຫຼັງ, ຕຶກຫ້ອງອາຫານ ແລະ ເຮືອນຄົວ 1 ຫຼັງ, ຫໍພັກນັກຮຽນ 3 ຊັ້ນ 2 ຫຼັງ, ຕຶກຫໍພັກຄູໂສດ,ຫໍພັກຄອບຄົວຄູ, ຕຶກໂຮງໝໍ, ຫ້ອງນ້ຳ, ລະບົບທາງເດີນພາຍໃນ, ລະບົບນ້ຳ-ໄຟ, ລວມມູນຄ່າການ ກໍ່ສ້າງສຳເລັດປະມານ 270 ຕື້ດົງ ແລະ ສາມາດນຳໃຊ້ເປັນບ່ອນສຶກສາບຳລຸງໃຫ້ແກ່ນັກຮຽນ-ພະນັກງານ ປະມານ 400 ຄົນ, ໂຄງການກໍ່ສ້າງດັ່ງກ່າວ ໄດ້ອອກແບບສະແດງເຖິງວັດທະນະທຳແບບລາວເຮົາ ປະສົມກັບແບບທັນສະໄໝ ມີຄວາມເໝາະສົມ ແລະ ສະດວກສວຍງາມ ໂດຍແມ່ນກຸ່ມບໍລິສັດ ເລກທີ 36 ຊຶ່ງເປັນບໍລິສັດວິລະຊົນຂອງກະຊວງປ້ອງກັນປະເທດ ສສ ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ, ໃຊ້ເວລາກໍ່ ສ້າງທັງໝົດ 1 ປີ.
ໃນໂອກາດດຽວກັນນີ້, ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ແລະ ສະຫາຍ ຫງວຽນບ່າຮຸ່ງ ພ້ອມດ້ວຍແຂກ ຖືກເຊີນທີ່ເຂົ້າຮ່ວມ ໄດ້ພ້ອມ ກັນເປີດພິທີວາງສີລາລືກໂຄງ ການກໍ່ສ້າງໂຮງຮຽນທິດສະດີ ການເມືອງກອງທັບປະຊາຊົນລາວ ຂຶ້ນຢ່າງເປັນທາງການ.
Editor: ກອງທັບປະຊາຊົນລາວ