ໃນທ້າຍອາທິດທີ່ຜ່ານມາ ຢູ່ທີ່ເມືອງຊົນບູລີ, ແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງຄັ້ງທີ IV ສະໄໝທີ 5 ຂຶ້ນ ໂດຍການເປັນປະທານຂອງສະຫາຍ ນາງ ບຸນເຍື້ອນ ທິດພຸດທະວົງ ຄະນະປະຈໍາພັກແຂວງ, ປະທານກວດກາພັກ-ລັດແຂວງ, ສະຫາຍ ຄຳພັນ ຄູນສັກສີ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ຊົນບູລີ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຄະນະພັກຮາກຖານກຸ່ມບ້ານ ແລະ ນາຍບ້ານເຂົ້າຮ່ວມ.
ສະຫາຍ ມາລິເຊ ໄຊທິສານ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະບໍລິງານຫານພັກເມືອງໃນໄລຍະ 1 ປີຜ່ານມາ. ເຊິ່ງເຫັນໄດ້ໂດຍພື້ນຖານ ໃນທົ່ວເມືອງແມ່ນມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ, ເປັນເຈົ້າການສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມີຄວາມສະຫງົບປອດໄພ ແລະ ສາມາດສ້າງບ້ານປ້ອງກັນຊາດ ແລະ ຄອບຄົວປ້ອງກັນຊາດ ໄດ້ 9 ບ້ານ, ມີຈໍານວນຄອບຄົວ 2,021 ຄອບຄົວ, 1,470 ຫຼັງຄາເຮືອນ, ໄດ້ປະກາດຮັບຮອງບ້ານປ້ອງກັນຊາດໄດ້ 11 ບ້ານ ແລະ ໄດ້ປະກາດສ້າງບ້ານແບບຢ່າງຄວາມສະຫງົບດີ ໄດ້ 15 ບ້ານ, ມີ 3,014 ຄອບຄົວ, ດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ໄດ້ມີການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ຮັບການສ້ອມແປງຄືນ ແລະ ມີການກໍ່ສ້າງໃໝ່ຕື່ມອີກ ເຮັດໃຫ້ຊີວິດປະຊາຊົນດີຂຶ້ນເທື່ອລະກ້າວ.
ຜ່ານມາເມືອງຊົນບູລີ ໄດ້ຜ່ານການຈັດຕັ້ງປະຕິບັດ ເຊິ່ງເລີ່ມຈາກການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຂອງປະຊາຊົນ, ສ້າງເສດຖະກິດທີ່ເຂັ້ມແຂງ, ເຮັດໃຫ້ເສດຖະກິດໝັ້ນຄົງ ແລະ ຢືນຍົງ ດ້ວຍການນຳພາດັ່ງກ່າວ ເຫັນໄດ້ວ່າລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 397,50 ຕື້ກີບ, ໃນນັ້ນ ກະສິກໍາ ແລະ ປ່າໄມ້ 277,4 ຕື້ກີບ, ອຸດສະຫະກໍາ ແລະ ການຄ້າ 39,39 ຕື້ກີບ, ສະເລ່ຍລາຍຮັບ (GDP) ຕໍ່ຫົວຄົນ 1,024 ໂດລາ/ຄົນ/ປີ.
Editor: ນັກຂ່າວເມືອງຊົນບູລີ