ຕອນເຊົ້າຂອງວັນທີ 18 ມັງກອນ 2018 ທີ່ຜ່ານມານີ້ ແນວລາວສ້າງຊາດເມືອງສີໂຄດຕະບອງ, ກຳມະບານ,ຊາວໜຸ່ມ-ແມ່ຍິງ, ຫ້ອງວ່າການປົກຄອງເມືອງ, ປກສ ກຸ່ມໜອງໜຽ້ວ ແລະ ຕາງໜ້າບ້ານໜອງແຕງໃຕ້ ແລະ ໜອງແຕງເໜືອ ເຊີ່ງນຳໂດຍທ່ານ ອູ່ທອງ ດວງມະນີ, ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດ ເມືອງສີໂຄດຕະບອງ ໄດ້ເອົາກະຕ່າຂອງຂວັນເຂົ້າອວຍພອນ ທ່ານນາງ ແພງພອນ ຂັນທະຍົງທອງ ວິລະຊົນແຫ່ງຊາດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 69 ປີ ( 20 ມັງກອນ 1949-20 ມັງກອນ 2018 ) ທີ່ໄດ້ໜູນວຽນມາຄົບຮອບອີກວາລະໜື່ງ ເພື່ອສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ ທີ່ທ່ານໄດ້ເສຍສະຫຼະ ໃນພາລະກິດຕໍ່ສູ້ອັນພິລະອາດຫານ ຂອງທ່ານຜູ້ນຳ ແລະ ວິລະຊົນອຫ່ງຊາດ ເພື່ອຍາດເອົາໄຊຊະນະມາສູ່ປະເທດຊາດຈົນທຸກວັນນີ້, ເຊີ່ງຜົນງານດັ່ງກ່າວທີ່ທ່ານວິລະຊົນແຫ່ງຊາດ ໄດ້ສ້າງໄວ້ນັ້ນ ອໍານາດການປົກຄອງເມືອງ ກໍ່ຄືພວກລູກຫຼານພາຍໃນເມືອງ ສີໂຄດຕະບອງ ແມ່ນຈະສືບຕໍ່ຮຽນເອົາມູນເຊື້ອອັນວິລະກຳລໍ້າເລີດຂອງທ່ານຜູ້ນຳ ກໍ່ຄື ວິລະຊົນແຫ່ງຊາດ ພ້ອມທັງອວຍພອນໄຊອັນປະເສີດມາຍັງທ່ານນາງ ແພງພອນ ວິລະຊົນແຫ່ງຊາດ ພ້ອມດວ້ຍຄອບຄົວ ຈື່ງມີສຸຂະພາບເຂັ້ມແຂງ ມີພາລະນາໄມສົມບູນ ສືບຕໍ່ຊີ້ນຳປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
Editor: ຕະວັນ ແສງສະຫວັນ