ເມື່ອບໍ່ດົນມານີ້, ຢູ່ຫ້ອງປະຊຸມກອງບັນຊາການທະຫານເມືອງເຊໂປນ ແຂວງສະຫວັນນະເຂດໄດ້ຈັດພິທີຮັບມະຫາຊົນກ້າວໜ້າ ຈຳນວນ 13 ສະຫາຍ ເຂົ້າເປັນສະມາຊິກສຳຮອງໂດຍການປັນປະທານຂອງ ສະຫາຍ ດຳ ຫຼວງສົມພົງ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງເຊໂປນ,ສະຫາຍ ພັນໂທ ຄຳແພງ ກອນທິສັກ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ, ມີບັນດາສະຫາຍໃນຄະນະ 05 ໜ່ວຍ, ອົງການຈັດຕັ້ງມະຫາຊົນ,ໜ່ວຍພັກການເມືອງ, ໜ່ວຍພັກເສນາ, ໜ່ວຍພັກພະລາ, ໜ່ວຍພັກນັກຮົບເກົ່າ, ໜ່ວຍພັກບ້ານເຟືອງພ້ອມດ້ວຍສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີຕາງໜ້າມະຫາຊົນຜູ້ກ້າວໜ້າຈຳນວນ 13 ສະຫາຍ ກໍ່ໄດ້ຂື້ນຜ່ານໃບປະຕິຍານຕົນຈະຕັ້ງໜ້າເຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ຄວາມສາມາດ,ປະຕິບັດກົດລະບຽບຂອງພັກວາງອອກ,ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນທົ່ວໄປຈາກນັ້ນຕາງໜ້າຄະນະຈັດຕັ້ງເມືອງກໍ່ໄດ້ຂື້ນຜ່ານໃບອະນຸມັດຂອງຄະນະປະຈຳວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າເປັນສະມາຊິກພັກສຳຮອງຈຳນວນ 13 ສະຫາຍເຂົ້າໃນໜ່ວຍພັກອົງການຈັດຕັ້ງມະຫາຊົນ,ໜ່ວຍພັກການເມືອງ, ໜ່ວຍພັກເສນາ,ໜ່ວຍພັກພະລາ,ໜ່ວຍພັກນັກຮົບເກົ່າ ແລະ ໜ່ວຍພັກບ້ານເຟືອງຕາງໜ້າໜ່ວຍພັກທັງ 05 ໜ່ວຍ ຂື້ນກ່າວຮັບພ້ອມທັງອະທິບາຍຄວາມໝາຍຄວາມສຳຄັນກ່ຽວກັບທຸຊາດ, ທຸງພັກ ແລະ ຮູບທ່ານຜູ້ນໍາທັງ 02 ທ່ານ ຄື ທ່ານ ກາກມາກ-ເລນິນ, ປື້ມຄູ່ມືຂອງພັກ.
ສຸດທ້າຍ ສະຫາຍ ດຳ ຫຼວງສົມພົງ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງເຊໂປນ ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມ ແລະ ໃຫ້ທິດເຍືອງທາງໃຫ້ແກ່ສະມາຊິກເກົ່າ ແລະ ໃໝ່ຈົ່ງພ້ອມກັນເອົາໃຈໃສ່ກຳແໜ້ນກ່ຽວກັບສິດໜ້າທີ່ຂອງສະມາຊິກພັກສໍາຮອງແລະສົມບູນ,ເຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊີກພັກສົມບູນ,ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນທົ່ວໄປ, ປະຕິບັດກົດລະບຽບຂອງພັກວາງອອກຢ່າງເຂັ້ມງວດ, ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກແຂງຮູ້ນໍາພາຮອບດ້ານ.
Editor: ກຳປານາດ ລັດຖະເຮົ້າ