ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ 1 ໄດ້ໄຂຂຶ້ນຢ່າງເປັນທາງການໃນລະຫວ່າງ ວັນທີ 22 -26 ມັງກອນ 2018 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງບໍລິຄຳໄຊ, ພາຍໃຕ້ການເປັນປະທານກ່າວເປີດຂອງ ທ່ານ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ບໍລິຄຳໄຊ, ກອງປະຊຸມໄດ້ເປັນກຽດຕ້ອນຮັບ ທ່ານນາງ ສີໃສ ລືເດດມູນສອນ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສສຊ ປະຈໍາເຂດເລືອກຕັ້ງ 11 ແຂວງບໍລິຄໍາໄຊ, ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງ ບໍລິຄຳໄຊ. ມີການນໍາຂັ້ນແຂວງ, ຂັ້ນເມືອງ, ຜູ່ຊົງຄຸນວຸດທິ, ອົງການຈັດຕັ້ງພາຄີ ພ້ອມດ້ວຍ ສະມາຊິກສະພາປະຊົນແຂວງບໍລິຄຳໄຊ ແລະ ຜູ້ປະກອບການທາງດ້ານທຸລະກິດເຂົ້າຮ່ວມ.
ກອງປະຊຸມ ຈະໄດ້ຮັບຟັງການລາຍງານວຽກງານທີ່ພົ້ນເດັ່ນທາງດ້ານເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໄລຍະຜ່ານມາຈາກ ທ່ານ ເຈົ້າແຂວງ ບໍລິຄຳໄຊ, ພ້ອມພິຈາລະນາຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ປະຈຳປີ 2017 ແລະ ທິດທາງແຜນການປະຈໍາປີ 2018, ພິຈາລະນາຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2017 ແລະ ທິດທາງແຜນການປະຈໍາປີ 2018. ພິຈາລະນາຮັບຮອງເອົາບົດລາຍງານຂອງອົງການກວດສອບປະຈຳພາກກາງ ກຽ່ວກັບຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານສົກປີ 2015-2016 ແລະ ການຈັດຕັ້ງປະຕິບັດຄໍາແນະນໍາກວດສອບໃນປີຜ່ານມາ ແລະ ບົດລາຍງານຂອງພະແນກກວດກາລັດ ກຽ່ວກັບການຈັດຕັ້ງປະຕິບັດຜົນການກວດກາປະຈຳປີ 2017 ແລະ ທິດທາງແຜນການປະຈຳປີ 2018 ແລະ ການແກ້ໄຂຜົນການກວດສອບໃນໄລຍະຜ່ານມາ,ພິຈາລະນາຮັບຮອງເອົາບົດລາຍງານການເຄື່ອນໄຫວຽກງານ ປະຈຳປີ 2017 ແລະ ທິດທາງແຜນການປະຈໍາປີ 2018 ຂອງອົງການໄອຍາການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ,ພິຈາລະນາຮັບຮອງເອົາບົດສະຫຼຸບການເຄື່ອນໄຫວຽກງານ ປະຈຳປີ 2017 ແລະ ທິດທາງແຜນການປະຈໍາປີ 2018 ຂອງສະພາປະຊາຊົນແຂວງ ບໍລິຄໍາໄຊ, ພິຈາລະນາປະກອບຄໍາເຫັນ ແລະ ຮັບຮອງເອົານິຕິກຳຂອງແຂວງ ຈຳນວນ 3 ສະບັບ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງພະແນກ ຖວທ ກຽ່ວກັບການຈັດຕັ້ງປະຕິບັດວຽກງານການທ່ອງທຽວແຂວງບໍລິຄຳໄຊ ໃນໄລຍະຜ່ານມາ ແຜນສົ່ງເສີມການທ່ອງທຽ່ວປີ 2018 ແລະ ແຜນພັດທະນາການທ່ອງທຽ່ວຂອງແຂວງ ຮອດປີ 2020,ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກອງບັນຊາການ ປກສ ແຂວງ ກຽ່ວກັບການແກ້ໄຂບັນຫາອຸປະຕິເຫດຕາມທ້ອງຖະໜົນພາຍໃນແຂວງ ແລະ ແຜນການ, ມາດຕະການໃນຕໍ່ໜ້າ ແລະ ພິຈາລະນາ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງ, ຍົກຍ້າຍບຸກຄາລາກອນ ຕາມການສະເໜີຂອງຄະນະປະຈໍາສະພາປະຊາຊົນແຂວງ. ພ້ອມນີ້ກອງປະຊຸມຍັງໄດ້ຮັບຟັງການລາຍງານ, ຊີ້ແຈງຈາກບັນດາພະແນກການຈຳນວນໜື່ງ ຕາມຄຳສະເໜີຂອງປະຊາຊົນ ແລະ ຄຳຖາມເຈາະຈີ້ມຂອງບັນດາສະມາຊິກສະພາປະຊາຊົນແຂວງ, ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ 1 ຈະໄດ້ດໍາເນີນໄປເປັນເວລາ 4 ວັນຈິ່ງຈະສໍາເລັດ
ທີມຊ່າວ ພະແນກ ຖວທ ແຊວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ