ກອງປະຊຸມວຽກງານຂະແຫນງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ປີ 2017 ແລະ ກອງປະຊຸມວຽກງານ ໄອຊີທີ 2017 ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນບ່າຍວັນທີ 24 ມັງກອນ 2018 ທີ່ສູນການຄ້າ ລາວ-ໄອເຕັກ, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າຄອງ/ຮອງເຈົ້າແຂວງ, ຄະນະກົມ/ທຽບເທົ່າ ແລະ ຄະນະພະແນກ ປທສ ແຂວງ ພ້ອມດ້ວຍແຂກທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ປະລິນຍາເອກ ທັນສະໄຫມ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ໄດ້ລາຍງານຜົນຂອງກອງປະຊຸມວຽກງານຂະແຫນງ ໄປສະນີ, ໂທລະຄົມ ແລະ ທິດທາງແຜນການ ປະຈໍາປີ 2018 ຂື່ງຈະໄດ້ສຶບຕໍ່ຜັນຂະຫຍາຍແນວທາງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ເປັນອັນລະອຽດ ໃນຂົງເຂດໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອເຮັດໃຫ້ວຍກງານດັ່ງກ່າວ ກາຍເປັນກໍາລັງຂັບເຄື່ອນ ທີ່ແຂງແຮງ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ວັດທະນະທໍາ, ສິ່ງແວດລ້ອມ, ວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ໃນຕອນທ້າຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ກ່າວຊົມເຊີຍຄໍາຂວັນກອງປະຊຸມ ໃນຫົວຂໍ້: ສົ່ງເສີມ, ນໍາໃຊ້ ໄອຊີທີ ເຂົ້າໃນ ເອັສເອັມອີ ແລະ ສະຕາສອັບ ເພື່ອຂັບເຄື່ອນເສດຖະກິດ ດີຈີຕອນ, ທີ່ສ່ອງແສງເຖິງຄວາມຮັບຜິດຊອບ ຂອງຂະແຫນງການ ແລະ ສັງຄົມ ຕໍ່ວຽກງານ ໄອຊີທີ , ເຊີ່ງທ່ານໄດ້ຍົກໃຫ້ເຫັນວ່າ: ປະຈຸບັນໂລກເຕັກໂນໂລຊີການສື່ສານ, ຂໍ້ມູນຂ່າວສານ ຫລື ໄອຊີທີ ໄດ້ມີບົດບາດສໍາຄັນ ຊ່ວຍໃຫ້ວຍກງານຂອງຂະແຫນງການ ທ້ອງຖິ່ນ ມີປະສິດທິພາບ ແລະ ວ່ອງໄວ ທີ່ທັນສະໄຫມ ແລະ ປະຫຍັດງົບປະມານ. ການນໍາໃຊ້ລະບົບໄອຊີທີ ຈິ່ງການເປັນຄວາມຈໍາເປັນແກ່ທຸກພາກສ່ວນ ໃນລະດັບທີ່ແຕກຕ່າງ, ດັ່ງນັ້ນ, ການລວມສູນລະບົບສື່ສານ ແມ່ນຄວາມຈໍາເປັນ ຢ່າງຍີ່ງ ທີ່ຕ້ອງໄດ້ປະຕິບັດ ເພື່ອສະດວກໃນການຄຸ້ມຄອງ ໂດຍສະເພາະ ແມ່ນບັນດາບໍລິສັດ ລັດວິສາຫາກິດ ຕ້ອງໄດ້ເອົາໃຈໃສ່ປະຕິບັດກົດຫມາຍ ແລະ ລະບຽບການ ຢ່າງເຂັ້ມງວດ ເປັນຕົ້ນ ການປະຕິບັດພັນທະຕໍ່ລັດຖະບານ ແລະ ການຂະຫຍາຍເຄືອຂ່າຍທາງດ້ານໄປສະນີ ແລະ ໂທລະຄົມ ໄປສູ່ຊົນນະບົດ. ໃນການສ້າງເງື່ອນໄຂ ຫັນເປັນທັນສະໄຫມ ດ້ວຍມາດຕະຖານສູງ ເພື່ອໃຫ້ບໍລິການແກ່ສັງຄົມ ມີຄວາມສະດວກ, ວ່ອງໄວ, ປອດໄພ, ທົ່ວເຖິງ, ມີຄຸນນະພາບ ແລະ ລາຄາສົມເຫດ-ສົມຜົນ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ໄດ້ຢ່າງມີປະສິດທິພາບ.
Editor: ກຳປານາດ ລັດຖະເຮົ້າ