ກອງປະຊຸມ ເລີ່ມຂື້ນ ຢ່າງເປັນທາງການ ໃນວັນທີ 23 ມັງກອນ 2018 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ ພາຍໃຈ້ຄໍາຂວັນທີ່ວ່າ: ສົ່ງເສີມ-ນໍາໃຊ້ ໄອທີຊີ ( ICT ) ເຂົ້າໃນ ເອັສເອັມອີ ( SME ) ແລະ ສະຕາດອັບ ( Start up ) ເພື່ອຂັບເຄື່ອນເສດຖະກິດ ດີຈີຕອນ. ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ປະລິນຍາເອກ ທັນສະໄຫມ ກົມມະສິດ ລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ເຂົ້າຮ່ວມມື ບັນດາຮອງລັດຖະມົນຕີກະຊວງ, ເຂົ້າແຂວງ, ຮອງເຈົ້າແຂວງ, ນະຄອນຫລວງ, ພາກສ່ວນທີ່ກ່ຽວຂ້ອງ ສູນກາງ ແລະ ທ້ອງຖິ່ນ ລວມທັງຜູ້ຕາງຫນ້າ ບັນດາຂະແຫນງການໄປສະນີ, ໂທລະຄົມມະນາຄົມ ເຂົ້າຮ່ວມ ຢ່າງພ້ອມພຽງ.
ກອງປະຊຸມ ໄດ້ກໍານົດອອກເປັນ 2 ພາກ ຄື: ພາກທີ່ 1 ແມ່ນກອງປະຊຸມວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ປະຈໍາປີ 2017 ແລະ ແຜນທິດທາງ 2018 ເຊີ່ງພາກນີ້ ໄດ້ທົບທວນຜົນສໍາເລັດໃນການປະຕິບັດຫນ້າທີ່ການເມືອງ ຂອງຂະແຫນງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໂດຍສະເພາະບັນດາວຽກງານຕ່າງໆ ທີ່ຈັດຕັ້ງປະຕິບັດ ຕະຫລອດໄລຍະປີ 2017 ຜ່ານມາ. ພ້ອມກັນນັ້ນ ກອງປະຊຸມ ຍັງໄດ້ກໍານົດແຜນ ປີ 2018 ເພື່ອແນໃສ່ສ້າງປະຖົມປັດໄຈທີ່ເປັນພື້ນຖານ ໃນການພັດທະນາວຽກງານ ໄປສະນີ ໂທລະຄົມມະນາຄົມ ແລະ ໄອຊີທີ ໃຫ້ບັນລຸຕົວເລກຄາດຫມາຍສູ້ຊົນ ເຄີ່ງສະໄຫມ ຂອງແຜນການ 5 ປີ ( 2016-2020 ) ຄັ້ງທີ 2 ຂອງຂະແຫນງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.
ສໍາລັບ ພາກທີ 2 ແມ່ນກອງປະຊຸມ ວຽກງານ ໄອທີຊີ 2017 ເຊີ່ງກອງປະຊຸມ ດັ່ງກ່າວ ໄດ້ພ້ອມກັນປຶກສາຫາລື ແລກປ່ຽນຄໍາຄິດເຫັນ ກ່ຽວກັບສະພາບການພັດທະນາ, ການຄຸ້ມຄອງ, ສົ່ງເສີມ ແລະ ນໍາໃຊ້ ໄອຊີທີ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເຊີ່ງປະຈຸບັນ ຫລາຍໆປະເທດແມ່ນມີການພັດທະນາດ້ານໄອຊີທີ ສູງ, ແລະ ຍັງໄດ້ຖືເອົາວຽກງານ ໄອຊີທີ ເປັນເຄື່ອງມືທີ່ສໍາຄັນ ໃນການສ້າງສັງຄົມທັນສະໄຫມ ( Smart Society ) ແລະ ຂັບເຄື່ອນເສດຖະກິດດີຈີຕອນ.
ພ້ອມດຽວກັນນັ້ນ, ໃນກອງປະຊຸມ ຍັງມີຜູ້ຕາງຫນ້າຈາກຫລາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ໄດ້ສະເຫນີບົດກ່ຽວກັບສະພາບການພັດທະນາ, ການຄຸ້ມຄອງ, ການນໍາໃຊ້ ໄອຊີທີ ລວມທັງຂໍ້ສະດວກ ແລະ ສິ່ງຫຍໍ້ທໍ້ ຕ່າງໆໃນການນໍາໃຊ້ ແລະ ການດໍາເນີນທຸລະກິດດ້ານ ໄອຊີທີ. ນອກຈາກນັນ ກອງປະຊຸມ ຍັງເປີດໂອກາດ ໃຫ້ຜູ້ເຂົ້າຮ່ວມ ໄດ້ສະແດງຄໍາຄິດເຫັນ ປະກອບສ່ວນ ເພື່ອພັດທະນາຂະແຫນງ ໄອຊີທີ ຂອງ ສປປ ລາວ ໃຫ້ເຕີບໃຫຍ່ ຂະຫຍາຍໂຕ ຢ່າງຫນັກແຫນ້ນເຂັ້ມແຂງ ແລະ ຢືນຍົງຕາມທິດຫັນເປັນທັນສະໄຫມ ຂອງລັດຖະບານ.
Editor: ກຳປານາດ ລັດຖະເຮົ້າ