ໂຮງຮຽນການເມືອງ-ການປົກຄອງ ແຂວງເຊກອງ ໄດ້ຈັດພິທີ ເປີດຊຸດຮຽນໃໝ່ ທິດສະດີການເມືອງ-ການປົກຄອງ ລະບົບຊັ້ນກາງ (15 ເດືອນ) ພາກປົກກະຕິ ຮຸ່ນທີ 10 ຂຶ້ນໃນວັນທີ 22 ມັງກອນ 2018, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທັນ ຈູມຈັນທະວົງ ຫົວໜ້າໂຮງຮຽນການເມືອງ-ການປົກຄອງ ແຂວງເຊກອງ, ມີຕາງໜ້າຈາກພະແນກການອ້ອມຂ້າງແຂວງ, ມີຄະນະພັກ-ຄະຫ້ອງນະຮຸ່ນທີ 10, ຄູ-ອາຈານ ພ້ອມດ້ວຍນັກສຶກສາ ເຂົ້າຮ່ວມ.
ທ່ານ. ສຸດທິໂສມ ໄຊຍະແສງ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງ ແຂວງເຊກອງ ກ່າວວ່າ: ການເປີດສົກຮຽນຄັ້ງນີ້ ກໍເພື່ອເປັນການປັບປຸງກໍ່ສ້າງພະນັກງານຄຸ້ມຄອງ-ນໍາພາ ຮຸ່ນສືບທອດ ຢູ່ບັນດາກົງຈັກການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະສອງກໍາລັງປະກອບອາວຸດ ຢູ່ພາຍໃນແຂວງນັ້ນ ມີລະດັບທິດສະດີໃຫ້ນັບມື້ເພີ່ມຂຶ້ນ ທັງມີປະລິມານ ແລະຄຸນນະພາບ, ມີຄວາມຮູ້ຄວາມສາມາດທາງດ້ານທິດສະດີການເມືອງ-ການປົກຄອງ ກໍຄືແນວທາງການນໍາພາຂອງພັກ, ນະໂຍບາຍ ແລະ ການຄຸ້ມຄອງຂອງລັດ ເຮັດໃຫ້ພະນັກງານມີແນວຄິດຫຼັກໝັ້ນຊົນຊັ້ນກໍາມະກອນ, ມີແນວຄິດເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການກໍຄືພາລະກິດປຽ່ນແປງໃໝ່ຢ່າງມີຫຼັກການຂອງພັກ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ມີຄວາມຫ້າວຫັນ ແລະ ຄວາມເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານໃຫ້ສູງຂຶ້ນ.
ໂອກາດຽວກັນນີ້ ທ່ານ. ບຸນທັນ ຈູມຈັນທະວົງ ຫົວໜ້າໂຮງຮຽນການເມືອງ-ການປົກຄອງ ແຂວງເຊກອງ ໄດ້ໃຫ້ກຽດໂອ້ລົມຕໍ່ນັກສຶກສາທີ່ຈະເຂົ້າຮຽນໃນຊຸດໃໝ່ນີ້ ໂດຍໄດ້ເນັ້ນໜັກໃຫ້ນັກສຶກສາທຸກສະຫາຍຈົ່ງເອົາໃຈໃສ່ສຶກສາຮໍ່າຮຽນ, ເກັບກ່ຽວເອົາຄວາມຮູ້-ຄວາມສາມາດຈາກຄູ-ອາຈານທີ່ຖ່າຍທອດໃຫ້ ພ້ອມທັງເອົາໃຈໃສ່ປະຕິບັດລະບຽບວິໄນຂອງໂຮງຮຽນວາງອອກໃຫ້ເຂັ້ມງວດ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະກັນ, ຈໍາແນກໃຫ້ໄດ້ມິດ-ສັດຕູ, ອັນຖືກອັນຜິດຢ່າງຈະແຈ້ງ ເພື່ອສ້າງຕົນເອງແຕ່ດຽວນີ້ໃຫ້ກາຍເປັນພະນັກງານທີ່ດີໃນພາຍໜ້າ, ເຊີ່ງທັງນີ້ເພື່ອເປັນການຍົກສູງທາງດ້ານລະດັບທິດສະດີການເມືອງການປົກຄອງໃຫ້ແກ່ພະນັກງານ-ລັດຖະກອນໃຫ້ສູງຂຶ້ນ.
Editor: ກຳປານາດ ລັດຖະເຮົ້າ