ເມື່ອບໍ່ດົນມານີ້, ຄະນະຫ້ອງການຈັດຕັ້ງເມືອງຄໍາ ໄດ້ຈັດພິທີມອບ-ຮັບ ຍົກຍ້ານພະນັກງານລັດຖະກອນ ຂື້ນທີ່ຫ້ອງປະຊຸມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຄຳ ແຂວງຊຽງ ຂວາງ ໃນພິທີ ດັ່ງກ່າວໂດຍພາຍໃຕ້ການເປັນປະທານຂອງທ່ານນາງ ແສງຈັນ ວົງສຸລິດ ຮອງເລຂາພັກເມືອງ, ປະທານ ກວດກາພັກ-ລັດເມືອງ, ມີ ທ່ານ ຄຳພູ ຈັນທະວົງ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ມີ ທ່ານ ຄຳພາ ໄຊຍະແສງ ຄະນະພັກຮາກຖານຫົວໜ້າຂະແໜງຈັດຕັ້ງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຊຽງຂວາງ, ພ້ອມດ້ວຍພະນັກງານລັດຖະກອນ ຫ້ອງການທີ່ກ່ຽວຂ້ອງພາຍໃນເມືອງ ແລະ ພາຍໃນແຂວງ ເຂົ້າຮ່ວມ.
ທ່ານ ແຝງ ພອນທະວີໄຊ ຮອງຫົວໜ້າຄະນະຈັດຕັ້ງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າເມືອງເລກທີ່ 395/ຈມ.ມຄ ວ່າດ້ວຍການຍົກຍ້າຍຮອງຫົວໜ້າຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມໄປປະຈຳການຢູ່ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ. ທັງນີ້ ກໍ່ເພື່ອເປັນການຊັບຊ້ອນພະນັກງານເຂົ້າໃນບັນດາຫ້ອງການທີ່ພົບຄວາມຫຍຸງຍາກບຸກຄະລະກອນຊີ້ນຳນຳພາໜ້າທີ່ວຽກງານຕ່າງໆໃຫ້ມີບາດກ້າວຂະຫຍາຍຕົວ ແລະ ພັດທະນາຂື້ນເລື່ອຍໆພ້ອມນັ້ນກໍ່ຍັງໄດ້ຜ່ານ ຂໍ້ຕົກລົງເລກທີ່ 12/ຈມ.ມຄ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຕື່ມອີກ. ພ້ອມນັ້ນກໍ່ໄດ້ມອບຂໍ້ຕົກລົງດັ່ງກ່າວໃຫ້ແກ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໂດຍເປັນກຽດ ຂື້ນມອບຂອງ ທ່ານ ນາງ ແສງຈັນ ວົງສຸລິດ ຮອງເລຂາພັກເມືອງປະທານກວດກາພັກ-ລັດເມືອງ.
ຫຼັງ ຈາກນັ້ນ ທ່ານ ຄຳພູ ຈັນທະວົງ ກຳມະການພັກແຂວງ ຫົວໜ້າພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ຂື້ນກ່າວມອບພະນັກງານລັດຖະກອນທີ່ຍົກຍ້າຍໃຫ້ແກ່ຫ້ອງການທີ່ກ່ຽວຂ້ອງໂດຍເປັນກຽດກ່າວຮັບຂອງ ທ່ານ ຄຳພາ ໄຊຍະແສງ ຄະນະພັກຮາກຖານ ຫົວໜ້າຂະແໜງ ຈັດຕັ້ງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
ໃນຕອນທ້າຍ ທ່ານນາງ ແສງຈັນ ວົງສຸລິດ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງ ກໍ່ໄດ້ຂື້ນໂອ້ລົມໃຫ້ຄໍາຄິດຄໍາເຫັນກ່ອນອື່ນໝົດທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຕໍ່ໜ້າທີ່ວຽກງານພ້ອມທັງໃຫ້ທິດຊີ້ນຳແກ່ຄະນະຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວຜູ້ເກົ່າ ແລະ ຜູ້ໃໝ່ຈົ່ງພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຍົກສູງຄວາມຮັບຜິດຊອບ, ສ້າງຄວາມສາມັກຄີໃຫ້ໜາ ແໜ້ນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ພ້ອມທັງຊັບຊ້ອນພະນັກງານໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງໜ້າທີ່ວຽກງານ
ແຫລ່ງຂ່າວ ຖວທ ເມືອງຄໍາ ແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ