ກອງປະຊຸມໃຫ່ຍຄັ້ງທີ I ຂອງໜ່ວຍພັກ ພະແນກ ຕມ ຫ້ອງສັນຕິບານກອງບັນການ ປກສ ແຂວງ ບໍລິຄໍາໄຊ ໄດ້ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າ ວັນທີ 17 ມັງກອນ 2018 ພາຍໃຕ້ການເປັນປະທານຂອງສະຫາຍ ພັນໂທ ບົວລອນ ສຸວັນນະລາ, ເລຂາໜ່ວຍພັກ ພະແນກ ຕມ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ພັນໂທ ເຄນວອນ ລໍວັນໄຊ ເລຂາພັກຮາກຖານຫົວໜ້າຫ້ອງສັນຕິບານ ປກສ ແຂວງ ມີທ່ານພັນໂທ ຄຳໄມ ແກ່ນຄຳຈັນ ຮອງປະທານກວດກາພັກ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີແຂກຖືກເຊີນ,ບັນດາສະມາຊິກພັກ ສົມບູນ-ສໍາຮອງ, ພະແນກ ຕມ ເຂົ້າຮ່ວມ.
ພິທີສະຫາຍ ພັນໂທ ຄຳໄມ ແກ່ນຄຳຈັນ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ກອງບັນຊາການ ປກສ ແຂວງ ວ່າດ້ວຍການອານຸມັດເປີດກອງປະຊຸມໃຫຍ່ຂອງໜ່ວຍພັກ, ພະແນກ ຕມ ສະບັບເລກ 13/ຄພ.ປກສ ລົງວັນທີ 15 ມັງກອນ 2018 ຈາກນັ້ນ ສະຫາຍ ພັນຕີ ສີຂັນໄຊ ໄຊມົນຕີ ຮອງເລຂາໜ່ວຍພັກ ພະແນກ ຕມ ໄດ້ຕາງໜ້າໃຫ້ຄະນະໜ່ວຍພັກ ຂື້ນຜ່ານບົດລາຍງານການເມືອງທັງ 3 ພາກຕໍ່ທີ່ປະຊຸມ ເຊີ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຫຼາຍດ້ານ, ດ້ານການເມືອງ-ແນວຄິດ ໄດ້ຖຶເອົາການດຳເນີນຊີວິດການເມືອງໃຫ້ຖັນແຖວພະນັກງານສະມາຊິກເປັນບັນຫາສຳຄັນຕົ້ນຕໍ ແລະ ມີຄວາມຕື່ນຕົວທາງດ້ານການເມືອງ-ແນວຄິດ, ມີລະບຽບວິໃນ , ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ດ້ານວຽກວິຊາສະເພາະ ໃນຕະຫຼອດ 5 ປີຜ່ານມາ ຄະນະໜ່ວຍພັກໄດ້ສຸມໃສ່ຊີ້ນຳ-ນຳພາ ວຽກງານວິຊາສະເພາະຕາມສິດ, ໜ້າທີ່ ແລະ ພາລະບົດບາດ , ຕາມການມອບໝາຍຂອງຂັ້ນເທີງໄດ້ຮັບຜົນສໍາເລັດຫຼາຍດ້ານ ເຊັ່ນ: ວຽກງານບໍລິການ, ສາມານອອກປື້ມ ແລະ ໃບຜ່ານແດນລາວ-ໄທ ໄດ້ 16.655 ຄົນ, ໃບຜ່ານແດນລາວ-ຫວຽດ 5.192 ຄົນ, ອອກປື້ມເຮືອໂດຍສານ ແລະ ເຮືອບັກ 133 ຄົນ, ຕໍ່ບັດພັກເຊົາໃຫ້ຄົນຕ່າງປະເທດ 597 ຄົນ, ແຈ້ງຄົນເຂົ້າເມືອງທັງໝົດ 974.455, ຍິງ 226.336 ຄົນ, ເດັກ 12.191 ຄົນ, ແຈ້ງຄົນອອກ 1.029.471 ຄົນ, ຍິງ 337 ຄົນ, ເດັກ 12.700 ຄົນ, ແຈ້ງພາຫະນະອອກ 247.318 ຄັນ, ແຈ້ງພາຫະນະອອກ 247.229 ຄົນ, ອອກວີຊາກັບດ່ານໄດ້ ຈໍຳນວນ 4,326 ຄົນ, ຍິງ 1.927 ຄົນ. ວຽກງານຄະດີ. ມີ 93 ລາຍ, ມີ 129 ຄົນ, ຍິງ 20 ຄົນ, ລວມ ມີ 22 ສັນຊາດ, ມອບຜູ້ຖືກຫາ 91 ຄັ້ງ, ມີ 157 ຄົນ, ຍິງ 32 ຄົນ, ຮັບຜູ້ຖືກຫາ 93 ຄັ້ງ, ມີ 129 ຄົນ, ຍິງ 20 ຄົນ, , ປ້ອງການເວນຍາມ 1.209 ຄັ້ງ, ກວດກາກາລາດຕະເວນຕາມຊາຍແດນ 412 ຄັ້ງ, ລົງເຜີຍແຜ່ກົດໝາຍກວດຄົນເຂົ້າອອກ-ເມືອງ ໄດ້ 03 ຕົວເມືອງ, 03 ຄັ້ງ, ກັກໄມ້ຂະຍຸ້ງໄດ້ 10 ຄັ້ງ, ກັກໄມ້ດູ່ໄດ້ 13 ຄັ້ງ, ກັກດອກເຜີ້ງໄດ້ 03 ຄັ້ງ, ກັກສັດຫ່ວງຫ້າມໄດ້ 03 ຄັ້ງ, ກັກກັນຊ້າແຫ້ງໄດ້ 02 ຄັ້ງ, ກັກຢາເສບຕິດໄດ້ 01 ຄັ້ງ, ກັກລົດຈັກທີ່ນໍາເຂົ້າບໍ່ຖືກຕ້ອງໄດ້ 01 ຄັ້ງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ໄດ້ຊີ້ນໍາ-ນໍາພາ ພະນັກງານສະມາຊິກພັກ-ພະນັກງານ-ນັກຮົບ, ພັດປ່ຽນກັນປະຈໍາການ 24 ຊົ່ວໂມງ ຢ່າງເປັນປົກກະຕິ ແລະ ມີຄວາມສະຫງົບປອດໄພ 100%, ວຽກງານອົງການຈັດຕັ້ງມະຫາຊົນປັບປຸງ ແລະ ຂະຫຍາຍພັກ ໄດ້ນໍາພາສະມາຊິກຊາວໜຸ່ມ, ແມ່ຍິງ ປະກອບສ່ວນເຂົ້າໃນຂະບວນການຕ່າງໆຂອງກົມກອງ, ແລະ ຍົກລະດັບທາງດ້ານທິດສະດີ ແລະ ວິຊາສະເພາະໄລຍະສັ້ນ, ໄລຍະຍາວ ຄື: ພາຍໃນປະເທດ 16 ຄັ້ງ, ມີ 18 ສະຫາຍ, ຍິງ 03 ສະຫາຍ, ຢູ່ຕ່າງປະເທດ 10 ຄັ້ງ, ມີ 10 ສະຫາຍ, ຍິງ 02 ສະຫາຍ, ບໍາລຸງວິຊາສະເພາະ 03 ເດືອນ ມີ 04 ຄັ້ງ, ມີ 04 ສະຫາຍ, ຍິງ 01 ສະຫາຍ, ບຳລຸງທິດສະດີ 45 ວັນ ມີ 04 ສະຫາຍ,
ຫຼັງຈາກນັ້ນຄະນະພັກຊຸດເກົ່າ ກໍ່ໄດ້ກ່າວຂື້ນອໍາລາໜ້າທີ່, ໂອກາດດຽວກັນກໍ່ໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ໃນນັ້ນມີຜູ້ລົງສະໝັກ 5 ສະຫາຍ, ຜ່ານການປ່ອນບັດ ແລະ ກອງປະຊຸມຄັ້ງປະຖົມມະລືກ ສາມາດເລືອກໄດ້ ສະຫາຍ ພັນໂທ ບົວລອນ ສຸວັນນະລາ ເປັນເລຂາໜ່ວຍພັກ, ສະຫາຍ ພັນຕີ ສີຂັນໄຊ ໄຊມົນຕີ, ເປັນຮອງເລຂາໜ່ວຍ, ສະຫາຍ ພັນໂທ ນາງ ສີສົມພອນ ຈະເລີນລາດ ເປັນຄະນະປະທານກວດກາ.
Editor: ນັກຂ່າວ ປກສ ແຂວງບໍລິຄຳໄຊ