ໃນວັນທີ 17-19 ມັງກອນ 2018 ຢູ່ທີ່ສະໂມສອນເມືອງ ຈໍາພອນ ແຂວງ ສະຫັວນນະເຂດ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 10 ສະໄໝທີ VII ຂອງອົງຄະນະພັກເມືອງ ໂດຍການເປັນປະທານຂອງສະຫາຍ ສຸທິ ຜິວສຸລິຍະມາດ ວ່າການເລຂາພັກເມືອງ ເຈົ້າເມືອງໆ ຈຳພອນ, ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານກຸ່ມບ້ານ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ສຸທິ ຜິວສຸລິຍະມາດ ໄດ້ເຜີຍແຜ່ເຊື່ອມຊຶມເອກະສານມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ສະໄໝທີ 10 ຂອງສູນກາງພັກ ສຳລັບພະນັກງານຫຼັກແຫຼ່ງນຳພາ-ຄຸ້ມຄອງ ໃນນັ້ນ ສະຫາຍ ບຸນຈັນ ວຽງວິໄລ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງ, ກໍ່ໄດ້ເປັນກຽດຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳປີ 2017 ແລະ ວາງແຜນການໃນຕໍ່ໜ້າ. ທົ່ວເມືອງມີພະນັກງານ-ລັດຖະກອນທັງໝົດ 1.299 ຄົນ, ຍິງ 744 ຄົນ, ເປັນຕົນແມ່ນ ວຽກງານເສດຖະກິດ ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ປີ 2017 ບັນລຸໄດ້ 2.239.65 ຕື້ກວ່າກີບ, ເທົ່າກັບ 98,65 ສ່ວນຮ້ອຍຂອງປີ ອັດຕາຂະຫຍາຍຕົວ 9,73 ສ່ວນຮ້ອຍ, ສະເລ່ຍລາຍຮັບຕໍ່ຫົວຄົນ ໄດ້ 19.525.307 ກີບ, ເທົ່າກັບ 2.441 ໂດລາ/ຄົນ, ເຊິ່ງປະກອບດ້ວຍກະສິກຳປ່າໄມ້ 1,491 ຕື້ກວ່າກີບ, ກວມເອົາ 66,60 ສ່ວນຮ້ອຍ, ອຸດສະຫະກຳ 355 ຕື້ກວ່າກີບ ເທົ່າກັບ 15,69 ສ່ວນຮ້ອຍ, ທົ່ວເມືອງສ້າງບ້ານພັດທະນາໄດ້ 49 ບ້ານ ແລະ ສ່ວນວຽກງານວັດທະນະທໍາ ແມ່ນສຸມໃສ່ແກ້ໄຂຄອບຄົວທີ່ຍັງທຸກຍາກ ຢູ່ບ້ານຄຳປາແໜ ໂດຍການຊ່ວຍເຫຼືອຈາກທ່ານ ເກຍ ອູ່ສິດທິເດດ ຈຳນວນມູນຄ່າ 7,124 ຕື້ກວ່າກີບ, ມີໂຄງການລ້ຽງແບ້ ໂດຍໄດ້ຮັບທຶນຈາກອົງການປາແດກ ມູນຄ່າທັງໝົດ 64.525.000 ກີບ, ທົ່ວເມືອງຜະລິດເຂົ້ານາແຊງໄດ້ 42,519,66 ໂຕນ, ນາປີ 98,231,25 ໂຕນ ເຫຼືອຈາກນ້ໍາຖ້ວມ. ໃນນັ້ນໄດ້ເອົາ ໃຈໃສ່ພັດທະນາດ້ານການສຶກສາ ແລະ ສາທາລະນະສຸກໃຫ້ທົ່ວເຖິງ ແລະ ຍົກສູງປະສິດທິພາບ, ເຮັດໃຫ້ອັດຕາສ່ວນເຂົ້າຮຽນຊັ້ນອະນຸບານ 3-5 ປີ ບັນລຸ 43,1 ສ່ວນຮ້ອຍ, ປະຖົມໄດ້ 96,1 ສ່ວນຮ້ອຍ, ມັດທະຍົມຕົ້ນ 71,4 ສ່ວນຮ້ອຍ, ແລະ ອັດຕາເຂົ້າຮຽນມັດທະຍົມປາຍໃຫ້ໄດ້ 41,1 ສ່ວນຮ້ອຍ, ທົ່ວເມືອງນໍາໃຊ້ໄຟຟ້າໄດ້ 102 ບ້ານມີ 19,788 ຄອບຄົວ ກວມ 99,53 ສ່ວນຮ້ອຍ.
Editor: ນັກຂ່າວເມືອງຈຳພອນ