ໃນວັນທີ 17-18 ມັງກອນ 2018 ນີ້; ຢູ່ທີ່ສະໂມສອນຂອງເມືອງ ອາດສະພັງທອງ, ແຂວງສະຫັວນນະເຂດ. ອົງຄະນະພັກເມືອງອາດສະພັງທອງ ໄດ້ຕີລາຄາຄືນສັງເກດຜົນງານ 1 ປີ ຜ່ານມາປີ 2017 ແລະ ວາງທິດທາງແຜນການ ປະຈໍາປີ 2018. ໂດຍການເປັນປະທານຂອງສະຫາຍ ປະລິນຍາເອກ ກົງຈັກ ໜໍ່ແກ້ວ ກໍາມະການປະຈໍາພັກແຂວງ ຫົວໜ້າພະແນກການເງິນ ແຂວງສະຫວັນນະເຂດ, ມີສະຫາຍ ລໍາທອງ ຂອບສີລາວົງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງອາດສະພັງທອງ, ພ້ອມດ້ວຍບັນດາການນໍາອ້ອມຂ້າງເມືອງ, ເລຂາຄະນະພັກຮາກຖານ ແລະ ຕະຫຼອດເລຂາໜ່ວຍພັກເຂົ້າຮ່ວມ.
ໃນສົກປີ 2017 ທີ່ຜ່ານມາ; ອົງຄະນະພັກເມືອງອາດສະພັງທອງ ໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫ່ຍຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ VII ຂອງອົງຄະນະພັກເມືອງອາດສະພັງທອງ. ໂດຍພາຍໃຕ້ເງື່ອນໄຂສະພາບແວດລ້ອມ ທີ່ມີທັງກາລະໂອກາດ, ແຕ່ເຕັມໄປດ້ວຍສິ່ງທີ່ທ້າທ້າຍ ອຸປະສັກຕ່າງໆ ເປັນຕົ້ນກໍ່ແມ່ນຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານ, ແຕ່ເຖິ່ງຢ່າງໃດກໍ່ຕາມພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງອົງຄະນະພັກແຂວງ ແລະ ອົງຄະນະພັກ-ຄະນະປົກຄອງແຕ່ລະຂັ້ນຂອງເມືອງອາດສະພັງທອງ ແມ່ນສາມາດແກ້ໄຂບັນຫາ ແລະ ຂໍ້ຄົງຄ້າງຕ່າງໆໄດ້ດ້ວຍຄວາມຮັບຜິດຊອບສູງ ແລະ ເປັນຮູບປະທໍາຫຼາຍຂຶ້ນເປັນຕົ້ນກໍ່ແມ່ນທາງດ້ານການເມືອງ-ແນວຄິດ, ວຽກງານກໍ່ສ້າງພັກ ແມ່ນອົງຄະນະພັກເມືອງອາດສະພັງທອງ ໄດ້ເອົາໃຈໃສ່ປັບປຸ່ງຈັດຕັ້ງຮາກຖານພັກໃຫ້ເປັນລະບົບ, ສະມາຊິກພັກໄດ້ເຕີບໃຫ່ຍຂະຫຍາຍຕົວ ເປັນແກ່ນນໍາຢູ່ໃນລະບົບແຕ່ລະຂັ້ນ, ໄດ້ດໍາເນີນການປັບປຸງຊັບຊ້ອນ, ຈັດວາງຄະນະພັກຮາກຖານແຕ່ລະໜ່ວຍພັກ ໂດຍຕິດພັນກັບການປັງປຸງອົງການຈັດຕັ້ງລັດ, ອົງການຈັດຕັ້ງມະຫາຊົນ ແລະ ການສ້າງບ້ານພັດທະນາ ໃຫ້ສອດຄ່ອງກັບກົດລະບຽບຂອງພັກ, ແລະ ພາລະບົດບາດຂອງການຈັດຕັ້ງຮາກຖານຕ່າງໆ.
Editor: ນັກຂ່າວເມືອງອາດສະພັງທອງ