ໃນວັນທີ 17 ມັງກອນ 2018 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ ໄດ້ເດີນທາງໄປເຄື່ອນໄຫວ ແລະ ຢ້ຽມຢາມ ວິທະຍາຄານກົມມະດຳ, ແຂວງວຽງຈັນ ໂດຍການຕ້ອນຮັບຂອງທ່ານ ພົນຈັດຕະວາ ບຸນຈັນ ລາດສະວົງ ຫົວໜ້າການທະຫານ ວິທະຍາຄານກົມມະດຳ, ພ້ອມດ້ວຍບັນດາຄະນະນຳຂອງວິທະຍາຄານ, ທ່ານຮອງເຈົ້າແຂວງໆວຽງຈັນ, ອໍານາດການປົກຄອງທ້ອງຖິ່ນ, ຄະນະຮັບຜິດຊອບຈຸດສຸມ, ບັນດາຄູ-ອາຈານ ແລະ ນັກຮຽນ ອ້າຍເອື້ອຍນ້ອງທະຫານ ພາຍໃນວິທະຍາຄານ ໃຫ້ການຕ້ອນຮັບ. ໃນການມາເຄື່ອນໄຫວຢ້ຽມຢາມຄັ້ງນີ້, ທ່ານ ພັນເອກ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງວິທະຍາຄານກົມມະດຳ ກໍ່ໄດ້ລາຍງານໃຫ້ຊາບກ່ຽວກັບປະຫວັດຄວາມເປັນມາ ແລະ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາຂອງວິທະຍາຄານດັ່ງກ່າວ ເຊິ່ງໄດ້ສືບທອດມູນເຊື້ອມາຈາກໂຮງຮຽນກົມມະດຳຊັ້ນຕົ້ນ ໃນເມື່ອກ່ອນ ແລະ ເປັນໂຮງຮຽນຫຼັງທຳອິດຂອງກອງທັບ ທີ່ປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງຂຶ້ນ ໃນວັນທີ 18 ມິຖຸນາ 1955 ທີ່ບ້ານກາງໂມງ, ເມືອງໂສຍ ແຂວງຫົວພັນ ທີ່ເປັນເຂດທີ່ໝັ້ນຂອງການປະຕິວັດໃນເວລານັ້ນ. ປະຈຸບັນ, ວິທະຍາຄານກົມມະດຳ ໄດ້ປະຕິບັດໜ້າທີ່ພາລະບົດບາດ ໃນການດຳເນີນການຝຶກອົບຮົມ-ບຳລຸງກໍ່ສ້າງນາຍສິບ ແລະ ນາຍທະຫານລຸ້ນສືບທອດ, ການປັບປຸງກໍ່ສ້າງກົມກອງ, ປະຕິບັດໜ້າທີ່ກໍ່ສ້າງຮາກຖານການເມືອງ ພົວພັນປະສານສົມທົບ ກັບອຳນາດການປົກຄອງອ້ອມຂ້າງ, ປະຕິບັດໜ້າທີ່ຄົ້ນຄວ້າວິທະຍາສາດ, ປະຫວັດສາດການທະຫານ-ການເມືອງ ເພື່ອຮັບໃຊ້ວຽກງານອົບຮົມສິດສອນຮ່ຳຮຽນ, ປະຕິບັດທິດນຳ 4 ປູກ 4 ລ້ຽງ, ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຕິບັດໜ້າທີ່ພົວພັນ, ຮ່ວມມືສາກົນ ຕາມແນວທາງການຕ່າງປະເທດຂອງພັກ.
ວິທະຍາຄານກົມມະດຳ ປະກອບມີ ທັງໝົດ 5 ຫຼັກສູດການຮຽນການສອນ ເຊິ່ງຕະຫຼອດຫຼາຍປີທີ່ຜ່ານມາ ສາມາດບຳລຸງກໍ່ສ້າງພະນັກງານ ແລະ ນາຍສິບ ອອກຮັບໃຊ້ຊາດ ໄດ້ຫຼາຍກວ່າ 10 ພັນຄົນ ຊຶ່ງລ້ວນແຕ່ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີຄວາມຈົ່ງຮັກພັກດີ, ຊື່ສັດບໍລິສຸດຕໍ່ພັກ-ລັດ ແລະ ປະເທດຊາດ. ມີຫຼາຍສະຫາຍ ໄດ້ກາຍເປັນນັກຮົບແຂ່ງຂັນ, ເປັນວິລະຊົນແຫ່ງຊາດ, ເປັນພະນັກງານຂັ້ນສູງຂອງພັກ, ລັດ ແລະ ກອງທັບ.
Editor: ວິທະຍຸກະຈາຍສຽງແຫ່ງຊາດ