ໃນເມື່ອບໍ່ດົນນີ້; ອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນບ້ານ ດົງກຶມ, ເມືອງອາດສະພັງທອງ, ແຂວງ ສະຫວັນນະເຂດ, ໄດ້ຮ່ວມແຮງຮ່ວມໃຈກັນ ສ້າງຂະບວນການຊ້ອມແປງເສັ້ນທາງເຂົ້າບ້ານຂອງຕົນ ເພື່ອຮອງຮັບການໃຊ້ເສັ້ນທາງຂອງພໍ່ແມ່ປະຊາຊົນ ທີ່ຈະມາຮ່ວມ ງານບຸນນະມັດສະການພຣະທາດຍາຄູຂີ້ຫອມ ທີ່ວັດໃຕ້, ບ້ານ ດົງກຶມ ປະຈໍາປີ 2018.
ໃນການສ້ອມແປງເສັ້ນທາງເຂົ້າບ້ານ, ແມ່ນເລີ່ມແຕ່ບ້ານ ບ້ານນາໄລ່ໂຄກ ຫາ ບ້ານດົງກຶມ ເປັນໄລຍະທາງຍາວ 4 ກິໂລແມັດ, ກວ້າງ 5 ແມັດ. ການສ້ອມແປງເສັ້ນທາງແມ່ນໄດ້ໃຊ້ ລົດເກດ, ລົດແມງງອດ ເປັນຈໍານວນຫຼາຍຄັນລົດ, ເພື່ອປັບໜ້າດິນ, ຖົມບວກ, ຖົມຂຸມ, ທີ່ນໍ້າເຊາະເຈື່ອນໃນໄລຍະລະດູຝົນທີ່ຜ່ານມາ ໃຊ້ດິນຖົມທັງ ໝົດ 1.050 ແມັດກ້ອນ ເຮັດໃຫ້ເສັ້ນທາງດັ່ງກ່າວມີຄວາມຈົບງາມ ສາມາດສັນຈອນໄປມາໄດ້ທັງ 2 ລະດູການ.
ຂະນະທີທ່ານ ເກນຄໍາ ສຸລິຍະວົງ ນາຍບ້ານດົງກຶມ ໄດ້ໃຫ້ຮູ້ວ່າ: ທາງດ້ານງົບປະມານທີ່ໃຊ້ໃນການສ້ອມແປງເສັ້ນທາງໃນຄັ້ງນີ້ ມູນຄ່າທັງໝົດ 20.000.000 ກີບ ສ່ວນແຫຼ່ງທຶນແມ່ນໄດ້ມາຈາກກອງທຶນພັດທະນາບ້ານດົງກຶມ ແລະ ໂດຍແມ່ນບໍລິສັດ ໄດໂນມິກ ປໍ້ານໍ້າມັນສະຫວັນ ຈໍາກັດຜູ້ດຽວ ເປັນຜູ້ປະມູນຮັບເໝົາສ້ອມແປງ. ທັງນີ້ ກໍ່ເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວສາມາດສັນຈອນໄປມາຄ້າຂາຍ ລະຫວ່າງ ບ້ານຕໍ່ບ້ານ, ບ້ານກັບຕົວເມືອງໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນກວ່າເກົ່າ ແລະ ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນໃນການຈັດງານບຸນນະມັດສະການພຣະທາດ ຍາຄູຂີ່ຫອມ ໃນມື້ຂຶ້ນ 15 ຄໍ່າເດືອນສາມເພັງ ປະຈໍາປີ 2018 ຊຶ່ງເປັນບ່ອນກາບໄຫ້ວສັກກາລະບູຊາຜູ້ທີ່ເຫຼື່ອມໃສໃຈສັດທາ ຕໍ່ພຣະຄຸນບໍລົມມະທາດ ຄູຂີ້ຫອມ ທີ່ມີມາແຕ່ດຶກດໍາບັນ, ທັງເປັນການປູກຈິດສໍານຶກ ໃຫ້ລູກຫຼານຊາວພຸດໄດ້ກາບໄຫ້ວສັກກາລະບູຊາສຶບຕໍ່ກັນໄປເລື້ອຍໆ ແລະ ເຮັດໃຫ້ພຣະທາດຍາຄູຂີ້ຫອມ ກາຍ ເປັນແຫຼ່ງທ່ອງທ່ຽວຂອງເມືອງ ອາດສະພັງທອງຕື່ມອີກດ້ວຍ.
Editor: ເມືອງອາດສະພັງທອງ