ໃນວັນທີ 17 ມັງກອນ 2018 ນີ້ ສະຫະພັນແມ່ຍິງ ແຂວງສະຫວັນນະເຂດ ນຳໂດຍທ່ານ ນາງ ສີສະຫວັດ ໂຄດທະວົງສາ, ປະທານສະຫະພັນແມ່ຍິງແຂວງ, ແລະ ທ່ານ ນາງ ວິລາວັນ ພົມວິຫານ, ພັນລະຍາການນໍາແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະສະຫະພັນແມ່ຍິງຮາກຖານພະແນກການຕ່າງໆອ້ອມຂ້າງແຂວງ. ໄດ້ພ້ອມກັນນຳເອົາກະຕ່າຂອງຂວັນ ແລະ ປັດໄຈຈຳນວນໜຶ່ງເຂົ້າອອຍພອນ ທ່ານນາງ ສີຍອນ ລາດສຸລິນ ນັກຮົບແຂ່ງຂັນ, ອວຍພອນອະດີດນັກຮົບຜູ້ເສຍອົງຄະຢູ່ສູນ ເຊ 17 (ສິບເຈັດ), ເມືອງພີນ ແລະ ເຂົ້າອວຍພອນ ນາຍ ແລະ ພົນທະຫານຢູ່ກອງພົນທະຫານຮາບ ທີ 4 ເມືອງອຸທຸມພອນ. ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 69 ປີ ຄື ວັນທີ 20 ມັງກອນ 1949 ຫາ 20 ມັງກອນ 2018.
ທ່ານ ນາງ ສີສະຫວັດ ໂຄດທະວົງສາ ປະທານສະຫະພັນແມ່ຍິງແຂວງ ໄດ້ກ່າວວ່າ: ຈຸດປະສົງ ຂອງການເຄື່ອນໄຫວອວຍພອນບັນດານັກຮົບປະຕິວັດອາວຸໂສ ກໍ່ຄື ນາຍ ແລະ ພົນທະຫານໃນຄັ້ງນີ້ ກໍ່ເພື່ອເປັນການສະແດງຄວາມກະຕັນຍູ ຮູ້ບຸນຄຸນ ຕໍ່ບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫຼະເຫື່ອແຮງ ເສຍສະຫຼະຄອບຄົວເພື່ອພາລະກິດປົດປ່ອຍຊາດຈົນສາມາດຍາດໄດ້ໄຊຊະນະມາເຖິງທຸກວັນນີ້.
ໂອກາດດັ່ງກ່າວ ທ່ານກໍ່ຍັງໄດ້ອວຍພອນໃຫ້ບັນດາທ່ານອະດີດນັກຮົບ ນາຍ ແລະ ພົນທະຫານທຸກຖ້ວນໜ້າຈົ່ງມີສຸຂະພາບ ພາລາໄມເຂັ້ມແຂງສົມບູນ ຊີ້ນຳປະເທດຊາດໃຫ້ມີຄວາມຈະເລີນກ້າວຫນ້າຂຶ້ນໄປເລື້ອຍໆ.
Editor: ແຂວງສະຫວັນນະເຂດ