ກາງເດືອນມັງກອນ 2018 ນີ້, ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ 3 ຂອງຄະນະພັກກຸ່ມບ້ານຊຽງດີ ຂຶ້ນຢູ່ທີ່ໂຮງຮຽນມໍຕົ້ນຊຽງດີ ຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພອນຈັນ ຂະທູມພົມ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ແລະ ສະຫາຍ ຄອນສີ ວິໄລຍາ ກຳມະການພັກເມືອງ ຜູ້ຊີ້ນຳກຸ່ມບ້ານຊຽງດີ, ມີແຂກທີ່ຖືກເຊີນຈາກເມືອງ, ກຸ່ມບ້ານ ຕະຫຼອດຮອດຄະນະພັກ ແລະ ສະມາຊິກພັກທົ່ວກຸ່ມບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ປານິດ ພິບພະວົງ ເລຂາພັກກຸ່ມບ້ານ ຊຽງດີ ໄດ້ຂຶ້ນຜ່ານບົດສະຫຼຸບທັງສອງພາກ. ກຸ່ມບ້ານຊຽງດີ ເປັນກຸ່ມບ້ານໜຶ່ງ ໃນ 13 ກຸ່ມບ້ານໃນທົ່ວ ເມືອງຊຳໃຕ້ ປະກອບມີ 6 ບ້ານ 6 ໜ່ວຍພັກທີ່ຂຶ້ນກັບ ມີຄະນະພັກ 18 ສະຫາຍ ຊະມາຊິກທັງໝົດ 78 ສະຫາຍ, ຍິງ 5 ສະຫາຍ, ໄລຍະ 5 ປີທີ່ຜ່ານມາ ສາມາດຂະຫຍາຍສະມາຊິກພັກໄດ້ 30 ສະຫາຍ. ໃນກຸ່ມບ້ານດັ່ງກ່າວມີ ບ້ານຊຽງດີ, ບ້ານນາຫຼ້າ, ບ້ານໂພນໄຊ, ບ້ານປອມຄໍ້, ບ້ານຫ້ວຍສາດ ແລະ ບ້ານນ້ຳອິ້ນ, ມີ 389 ຄອບຄົວ, ມີພົນລະເມືອງ ທັງໝົດ 2,553 ຄົນ, ຍິງ 1,244 ຄົນ, ສະເລ່ຍລາຍຮັບຕໍ່ຄົນໄດ້ 2 ລ້ານ 8 ແສນກີບ ຕໍ່ຄົນ ຕໍ່ປີ, ພາຍໃນກຸ່ມບ້ານຍັງມີຄອບຄົວທີ່ທຸກຍາກຢູ່ 103 ຄອບຄົວ ກວມເອົາ 38,64% ມີເຮືອນຖາວອນ 9 ຫຼັງ, ເຄິ່ງຖາວອນ 351 ຫຼັງ, ມີລົດໃຫຍ່ 7 ຄັນ, ລົດຈັກ 425 ຄັນ, ໂຮງສີເຂົ້າ 145 ເຄື່ອງ, ລົດໄຖນາ 113 ຄັນ, ນອກນີ້ໜ່ວຍພັກກຸ່ມບ້ານ ຍັງໄດ້ເອົາໃຈໃສ່ຊີ້ນໍາ-ນຳພາປະຊາຊົນປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 2 ຂອງກຸ່ມບ້ານ ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງໄດ້ມີຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນການປຸກລະດົມປະຊາຊົນປະກອບເງິນພັນທະປ້ອງກັນຊາດ, ອອກກວດກາລາດຕະເວນຕາມຊາຍແດນໃນຂອບເຂດຄວາມຮັບຜິດຊອບ, ຊຸກຢູ້ປະຊາຊົນໃນການປູກຝັງລ້ຽງສັດໃນນີ້ທົ່ວກຸ່ມບ້ານມີສັັດລ້ຽງປະເພດງົວ 1,820 ໂຕ, ຄວາຍ 408 ໂຕ, ໝູ ແລະ ແບ້ 520 ໂຕ, ສັດປີກ 5 ພັນກວ່າໂຕ, ມີເນື້ອທີ່ທັງໝົດ 10 ພັນກວ່າເຮັກຕາ, ໃນນີ້ມີເນື້ອທີ່ທໍາການຜະລິດທັງໝົດ 358 ເຮັກຕາ, ສາມາດຜະລິດເຂົ້າກຸ້ມກິນຕະຫຼອດປີ ນອກນີ້ຍັງໄດ້ຊີ້ນຳປະຊາຊົນປູກພືດເປັນສິນຄ້າ ທີ່ເດັ່ນກວ່າໝູ່ແມ່ນ ຂະບວນການປູກກາເຟຢູ່ທີ່ບ້ານນາຫຼ້າ ແລະ ບ້ານຫ້ວຍລາດ ລວມເຖິງວຽກງານອຶ່ນໆ ກໍໄດ້ຮັບການປັບປຸງໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ. ຫຼັງຈາກນັ້ນຜູ້ແທນກອງປະຊຸມຍັງໄດ້ຮ່ວມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອພ້ອມກັນເປັນເອກະພາບໃນການຮັກສາມູນເຊື້ອດ້ານດີຜົນງານ ແລະ ແກ້ໄຂດ້ານອ່ອນຄົງຄ້າງ ໄປພ້ອມກັນນີ້ຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກຄະນະພັກ 7 ສະຫາຍ ໂດຍເລືອກເອົາ 5 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກໄດ້ເລືອກເອົາສະຫາຍ ກິມມະນີ ເປັນເລຂາ, ສະຫາຍ ວຽງແກ້ວ ເປັນຮອງເລຂາ, ສະຫາຍ ຢົ່ງລີ, ສະຫາຍ ຊາຍທອງ ແລະ ສະຫາຍ ພອນແກ້ວ ເປັນຄະນະ ເພື່ອບໍລິຫານວຽກງານຮອບດ້ານຂອງກຸ່ມບ້ານຊຽງດີໃຫ້ນັບມື້ນັບດີຂຶ້ນ. ກອງປະຊຸມໄດ້ປິດລົງຢ່າງຈົບງາມ.
ຂ່າວໂດຍ ສົມສຸກ ໄຊຍະວົງ ນັກຂ່າວເມືອງ ຊຳໃຕ້ ແຂວງຫົວພັນ
Editor: ກຳປານາດ ລັດຖະເຮົ້າ