ເມື່ອບໍ່ດົນມານີ້, ທ່ານ ປະລິນຍາເອກ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວຫນ້າອົງການຕ້ານການສໍ້ລາດບັງຫລວງ ໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະ ໂອ້ລົມພະນັກງານການນໍາ ຫລັກແຫລ່ງ ທີ່ແຂວງອັດຕະປື, ການລົງເຄື່ອນໄຫວຢ້ຽມຢາມ ຄັ້ງນີ້ ໂດຍໃຫ້ການຕ້ອນຮັບ ຈາກ ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ພ້ອມດ້ວຍບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ພະແນກການອ້ອມຂ້າງ ເຂົ້າຮ່ວມຢ່າງພ້ອມພຽງ.
ຕໍ່ກັບການຢ້ຽມຢາມ ແຂວງອັດຕະປື ຄັ້ງນີ້, ຂອງ ທ່ານ ປະລິນຍາເອກ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ແມ່ນໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 8 ໃນປີ 2017 ແລະ ທິດທາງພັດທະນາ 2018 ໂດຍຫຍໍ້, ຈາກ ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື,. ເຊີ່ງທ່ານ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານ ຕະຫລອດໄລຍະຜ່ານມາ ຂອງອົງຄະນະພັກແຂວງອັດຕະປື, ຕໍ່ການເອົາໃຈໃສ່ຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດເຊື່ອມຊືມ ຜົນສໍາເລັດມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ, ແລະ ມະຕິຄັ້ງທີ 10 ຂອງອົງຄະນະພັກແຂວງອັດຕະປື. ເຂົ້າໃນພຶດຕິກໍາຕົວຈິງ ໃນທຸກຂົງເຂດວຽກງານ ບົນຈິດໃຈບຸກທະລຸ 4 ດ້ານ ເປັນຕົ້ນ: ດ້ານວຽກງານການເມືອງແນວຄິດ, ການກໍ່ສ້າງພັກ-ພະນັກງານ, ວຽກກວດກາ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເຊິ່ງໄດ້ຮັບການເອົາໃຈໃສ່ແກ້ໄຂ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໄດ້ສຸມໃສ່ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດແກ້ໄຂ ຢ່າງມີຄວາມຮັບຜິດຊອບສູງ ຂອງຄະນະອໍານາດການປົກຄອງ ແຕ່ລະຂັ້ນ ເຮັດໃຫ້ບັນຫາຕ່າງໆໆ ມີຄວາມສະຫງົບໂດຍພື້ນຖານ, ສ່ວນວຽກງານພັດທະນາເສດຖະກິດ ມີການເຕີບໂຕ ຂອງຈີດີພີ ໃນລະດັບ 7,5 ສ່ວນຮ້ອຍ, ສ້າງມູນຄ່າເພີ່ມ ໃນປີ ໄດ້ເຖິງ 2 ພັນກວ່າຕື້ກີບ. ເທົ່າກັບ 98,47 ສ່ວນຮ້ອຍ, ຂອງແຜນການ. ນອກນັ້ນ, ຂົງເຂດວຽກງານວັດທະນະທໍາ-ສັງຄົມ, ການຮ່ວມມືກັບຕ່າງປະເທດ ແລະ ການເຊື່ອມໂຍງສາກົນ ກໍາລັງໄດ້ຮັບການພັດທະນາດີຂື້ນ ແລະ ເປັນທີ່ຍ້ອມຮັບຂອງສາກົນຫລາຍຂື້ນເຊັ່ນດຽວກັນ.
ໂອກາດດັ່ງກ່າວ, ທ່ານ ປະລິນຍາເອກ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມ ແລະ ກ່ອນອື່ນ ທ່ານໄດ້ຕິລາຄາສູງ ຕໍ່ການເອົາໃຈໃສ່ຫນ້າທີ່ວິຊາສະເພາະຂອງຄະນະນໍາແຕ່ລະຂັ້ນໃນແຂວງອັດຕະປື ໃນການຈັດຕັ້ງວຽກງານ ທີ່ພັກ-ລັດ ມອບຫມາຍໃຫ້ ເປັນຢ່າງດີ., ໂດຍສະເພາະ ບັ້ນດໍາເນີນຜັນຂະຫຍາຍມະຕີກອງປະຊຸມໃຫຍ່ຂອງພັກ ຄັ້ງທີ 10 ແລະ ມະຕິ ຄັ້ງທີ 10 ຂອງອົງຄະນະພັກແຂວງອັດຕະປື, ກໍານົດເອົາບາດກ້າວ ກ້າວເຂົ້າສູ່ລວງເລີກ ໃນການພັດທະນາເສດຖະກິດ-ສັງຄົມ, ເປັນກ້າວກ້າວ. ພ້ອມກັນນັ້ນ ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງ ໃຫ້ອົງຄະນະພັກແຂວງອັດຕະປື ສຶບຕໍ່ເອົາໃຈໃສ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍສະເພາະການພັດທະນາດ້ານເສດຖະກິດ-ສັງຄົມ ໃຫ້ໄດ້ຮັບການພັດທະນາ ແລະ ກາຍເປັນທີ່ຍອມຮັບຂອງອາຊຽນ ໃນອະນາຄົດ.
ແຫລ່ງຂ່າວ ຈາກ ທີມຂ່າວ ແຂວງອັດຕະປື
Editor: ກຳປານາດ ລັດຖະເຮົ້າ