ໃນວັນທີ 18 ມັງກອນ 2018 ນີ້ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ເມືອງຊຳໃຕ້ ແລະ ເມືອງກັວນ ໄດ້ຈັດພິທີພົບປະແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານຊາວໜຸ່ມ ຄັ້ງທີ 4 ຂື້ນຢ່າງເປັນທາງການ, ພິທີດັ່ງກ່າວໄດ້ຈັດຂື້ນທີ່ ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງກັວນ, ແຂວງຫົວພັນ ຝ່າຍເມືອງຊຳໃຕ້ນຳໂດຍ ສະຫາຍ ໄມຄຳ ເຫັມອິນທາວົງ ວ່າການເລຂາຄະນະບໍລິຫານງານຊາວໜຸ່ມເມືອງຊຳໃຕ້, ຝ່າຍເມືອງກັວນນໍາໂດຍສະຫາຍ ພອນໄຊ ທໍາມະລີ ຄະນະບໍລິຫານງານຊາວໜຸ່ມ ແຂວງຫົວພັນ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງກັວນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ແສງພັດ ລືອິນຄຳ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງຊຳໃຕ້ ແລະ ສະຫາຍ ນາງ ບົວພອນ ທິບທອງຄຳ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງກັວນ, ມີເລຂາຄະນະຮາກຖານໜ່ວຍຊາວໜຸ່ມອ້ອມຂ້າງເມືອງຂອງທັງສອງເມືອງເຂົ້າຮ່ວມຈຳນວນ 80 ກວ່າ ສະຫາຍ.
ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ແມ່ນເປັນການປະຕິບັດຕາມບົດບັນທຶກທີ່ໄດ້ເຊັນຮ່ວມກັນກ່ຽວກັບການພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນຄັ້ງທີ່ຜ່ານມາ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ການພົວພັນຮ່ວມມືກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຊາວໜຸ່ມໃຫ້ມີບາດກ້າວຂະຫຍາຍໂຕຂຶ້ນເລື້ອຍໆ ໃນນັ້ນທັງສອງຝ່າຍໄດ້ພ້ອມກັນລາຍງານສະພາບການເຄື່ອນ ໄຫວວຽກງານຊາວໜຸ່ມ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຜົນການຮ່ວມໃນໄລຍະ 1 ປີທີ່ຜ່ານມາ, ແລະ ຮ່ວມແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຜັດປ່ຽນກັນປະກອບຄໍາເຫັນໂດຍສະເພາະແມ່ນການເຄື່ອນໄຫວວຽກງານຂອງຊາວໜຸ່ມເປັນຕົ້ນແມ່ນຂໍ້ສະດວກຂໍ້ຫຽູ້ງຍາກໃນການຈັດຕັ້ງປະຕິບັດ ແລະ ເພື່ອສືບຕໍ່ຂະຫຽາຍສາຍພົວພັນການຮ່ວມມືເຊິ່ງກັນ ແລະ ກັນຂອງຄະນະຊາວໜຸ່ມທັງສອງເມືອງໃນຄັ້ງຕໍ່ໄປ ຈະສືບຕໍ່ຮ່ວມມືແລກປ່ຽນບົດຮຽນນຳກັນ 2 ປີຕໍ່ຄັ້ງ ພົວພັນແລກປ່ຽນບົດຮຽນວຽກງານວິຊາສະເພາະ, ວຽກງານກິລາ-ວັນນະຄະດີ, ຮ່ວມກັນຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ແລະ ວຽກງານອື່ນໆອີກ ໃນຕອນທ້າຍພິທີທັງສອງຝ່າຍໄດ້ພ້ອມກັນເຊັນບົດບັນທຶກຮ່ວມກັນໂດຍມີຄະນະການນຳ ຄະນະຮາກຖານໜ່ວຍ ແລະ ສະມາຊິກຊາວໜຸ່ມທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ນອກນັ້ນ, ທັງສອງຝ່າຍຍັງໄດ້ພ້ອມກັນປູກຕົ້ນໄມ້ອ້ອມເດີ່ນບານ ແລະ ຫຼີ້ນກິລາບານເຕະມິດຕະພາບນຳກັນດ້ວຍບັນຍາກາດຟົດຟື້ນມ່ວນຊື່ນຕື່ມອີກ.
ແຫລ່ງຂ່າວ ຖວທ ເມືອງຊໍາໄຕ້
Editor: ກຳປານາດ ລັດຖະເຮົ້າ