ສາພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຈັດກອງປະຊຸມພົບປະນັກທຸລະກິດ ສປປລາວ ແລະ ສປ.ຈີນ ຂື້ນໃນວັນທີ 17 ມັງກອນ 2018 ທີ່ ສາພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ. ທີ່ນະຄອນຫຼວງວຽງຈັນ, ໂດຍການ ເປັນປະທານຂອງ ທ່ານນາງ. ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ສຸບັນ ວິຈິດຕາ ຮອງຫົວຫນ້າຫ້ອງການ ຄະນະກໍາມາທິການຮ່ວມມື ລາວ-ຈີນ, ທ່ານ ຫວງ ປົວເສິງ ຫົວຫນ້າສະຖາບັນຄົ້ນຄົ້ວວັດທະນະທໍາ ເສດຖະກິດ ຈີນ-ອາຊຽນ, ພ້ອມດ້ວຍບັນດາແຂກ, ຕ່າງຫນ້າທາງພາກລັດ, ຄະນະນັກທຸລະກິດລາວ ແລະ ຄະນັກນັກທຸລະກິດ ສປ.ຈີນ ເຂົ້າຮ່ວມ.
ໃນໂອກາດນີ້ ທ່ານນາງ. ຈັນທະຈອນ ວົງໄຊ ໄດ້ສະແດງຄວາມຍີນດີຕອນຮັບມາຍັງ ທ່ານ ຫົວຫນ້າສະຖາບັນຄົ້ນຄົ້ວວັດທະນະທໍາ ເສດຖະກິດ ຈີນ-ອາຊຽນ ພ້ອມດ້ວຍຄະນະນັກທຸລະກິດ ທີ່ເດີນທາງມາຢ້ຽມຢາມ ສປປລາວ ໃນຄັ້ງນີ້ ຊຶ່ງເປັນການຢັ້ງຢືນໃຫ້ເຫັນເຖິງ ຄວາມມຸ້ງໝັ້ນ ໃນການເພີ່ມທະວີສາຍພົວພັນຮ່ວມມືລາວ - ຈີນ ໃຫ້ສະນິດແໜ້ນຂື້ນກວ່າເກົ່າ. ກອງປະຊຸມຄັ້ງນີ້ ແມ່ນຈະເປັນເວທີ ໃຫ້ແກ່ທຸລະກິດທັງສອງປະເທດ ໄດ້ຮັບຮູ້ ແລະ ແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ ແລະ ກ້າວໄປເຖິງການຮ່ວມມືກັນຢ່າງແທ້ຈິງ ແລະ ມີປະສິດທິຜົນ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ຈຸດປະສົງແມ່ນເພື່ອ ສົ່ງເສີມການຮ່ວມມືດ້ານເສດຖະກິດ - ການຄ້າ ລະຫວ່າງສອງປະເທດ, ເພື່ອປືກສາຫາລື ສຶກສາຂໍ້ມູນ ແລະ ແລກປ່ຽນທາງດ້ານການຄ້າ - ການລົງທືນ ເຊິງຄະນະນັກທຸລະກິດທີ່ເຂົ້າຮ່ວມກອງປະຊຸມໃນມື້ນີ້ ແມ່ນມາຈາກຫລາຍຂະແໜງການເຊັ່ນ: ກະສິກໍາ, ການຄ້າ, ອັກສັງຫາ, ກໍ່ສ້າງ, ທ່ອງທ່ຽວ ແລະ ອື່ນໆ ໃນການພົບປະຄັ້ງນີ້ ຄະນະທຸລະກິດຝ່າຍລາວ ຈະໄດ້ ສະເໜີໂຄງການ ຫຼືແຜນທຸລະກິດ ທີ່ຕ້ອງການຮ່ວມມື ແລະ ແລກປ່ຽນກັບທຸລະກິດຝ່າຍຈີນ ເພື່ອຈະໄດ້ປືກສາຫາລືກ ແລະ ກ້າວໄປເຖິງການຮ່ວມມືຢ່າງແທ້ຈິງ. ໃນປະຈຸບັນ ສປປລາວ ແລະ ສປ.ຈີນ ນອກຈາກເປັນຄູ່ຮ່ວມຍຸດທະສາດຮອດ້ານແລ້ວ ຍັງເປັນຄູ່ຮ່ວມມື ຊ່ວຍເຫຼື່ອເຊິງກັນ ແລະ ກັນ ໃນການດໍາເນີນທຸລະກີດ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຮ່ວມກັນ ຊຸກຍູ້ສ້າງສາພັດທະນາເສດຖະກິດ - ສັງຄົມຂອງ ສປປລາວ ແລະ ສປຈີນ ໃຫ້ນັບມື້ນັບຂະຫຍາຍຕົວ.
Editor: ກຳປານາດ ລັດຖະເຮົ້າ