ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 69 ປີ, ( 20 ມັງກອນ 1959-2018 ) ດັ່ງນັນ ໃນວັນທີ 17 ມັງກອນ 2018 ທີ່ຜ່ານມາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະນໍາຈາກກະຊວງປ້ອງກັນປະເທດ ແລະ ຄະນະ ໄດ້ເດີນທາງເຄື່ອນໄຫວ ແລະ ຢ້ຽມຢາມ ວິທະຍາຄານກົມມະດໍາ ( ເຂດນໍ້າຊວງ) ແຂວງວຽງຈັນ, ເຊີ່ງມີທ່ານ ພົນຈັດຕະວາ ບຸນຈັນ ລາດສະວົງ ຫົວຫນ້າການທະຫານ ວິທະຍາຄານກົມມະດໍາ, ພ້ອມດ້ວຍບັນດາຄະນະນໍາຂອງວິທະຍາຄານ, ມີທ່ານຮອງເຈົ້າແຂວງວຽງຈັນ, ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໃນການເຄື່ອນໄຫວຢ້ຽມຢາມ ຄັ້ງນີ້, ທ່ານ ພັນເອກ ຖາວອນ ແກ້ວອິນທະວົງ ຫົວຫນ້າການເມືອງວິທະຍາຄານກົມມະດໍາ ໄດ້ລາຍງານໃຫ້ຊາບ ກ່ຽວກັບປະຫວັດຄວາມເປັນມາ ແລະ ການເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ ຂອງວິທະຍາຄານດັ່ງກ່າວ, ເຊີ່ງໄດ້ສຶບທອດມູນເຊື້ອມາຈາກໂຮງຮຽນກົມມະດໍາ ຊັ້ນຕົ້ນ ໃນເມື່ອກ່ອນ ແລະ ເປັນໂຮງຮຽນ ຫລັງທໍາອິດ ຂອງກອງທັບ ທີ່ປະທານໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງຂື້ນ ໃນປີ 1955 ທີ່ບ້ານກາງໂມງ, ເມືອງໂສຍ, ແຂວງຫົວພັນ. ເປັນເຂດທີ່ຫມັ້ນຂອງການປະຕິວັດລາວ ໃນເວລານັ້ນ.
ປະຈຸບັນ ວິທະຍາຄານກົມມະດໍາ ໄດ້ປະຕິບັດຫນ້າທີ່ພາລະບົດບາດ ໃນການດໍາເນີນການຝຶກອົບຮົມ-ບໍາລຸງກໍ່ສ້າງນາຍສິບ ແລະ ນາຍທະຫານລຸ້ນສຶບທອດ, ການປັບປຸງກໍ່ສ້າງກົມກອງ ປະຕິບັດຫນ້າທີ່ກໍ່ສ້າງ ຮາກຖານການເມືອງ ພົວພັນປະສານສົມທົບ ກັບອໍານາດການປົກຄອງອ້ອມຂ້າງ, ປະຕິບັດຫນ້າທີ່ຄົ້ນຄວ້າວິທະຍາສາດ, ປະຫວັດສາດການທະຫານ-ການເມືອງ ເພື່ອຮັບໃຊ້ວຍກງານອົບຮົມສິດສອນຮໍ່າຮຽນ ປະຕິບັດທິດນໍາ 4 ປູກ 4ລ້ຽງ ບົນຈິດໃຈເພີ່ງຕົນເອງ, ກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຕິບັດຫນ້າທີ່ພົວພັນ ຮ່ວມມືສາກົນ ຕາມແນວທາງການຕ່າງປະເທດຂອງພັກ, ວິທະຍາຄານກົມມະດໍາ ປະກອບທັງມົດ 5 ຫລັກສູດການຮຽນ-ການສອນ ເຊີ່ງຕະຫລອດຫລາຍປີຜ່ານມາ ສາມາດບໍາລຸງກໍ່ສ້າງພະນັກງານ ແລະ ນາຍສິບ ອອກຮັບໃຊ້ຊາດ ໄດ້ຫລາຍກວ່າ 10 ພັນຄົນ ເຊີ່ງລ້ວນແຕ່ເປັນຜູ້ທີ່ມີຄວາມຮູ້-ຄວາມສາມາດ ແລະ ມີຄວາມຈົງຮັກພັກດີ, ຊື່ສັດບໍລິສຸດຕໍ່ພັກ-ລັດ ປະລ ປະເທດຊາດ, ມີຫລາຍສະຫາຍການເປັນນັກຮົບແຂ່ງຂັນ ເປັນວິລະຊົນແຫ່ງຊາດ, ເປັນພະນັກງານຂັ້ນສູງຂອງພັກ-ລັດ ແລະ ກອງທັບ.
Editor: ກຳປານາດ ລັດຖະເຮົ້າ