ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຄະນະນໍາຂອງເມືອງວັງວຽງ ແຂວງວຽງຈັນ ເຊິ່ງນໍາໂດຍ ທ່ານ ຄໍາຜ່ອງ ດວງວິໄລ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງໆວັງວຽງ, ພ້ອມດ້ວຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ ແລະ ພະນັກງານ ພາຍໃນເມືອງໄດ້ລົງຢ້ຽມຢາມ ແລະ ອວຍພອນບັນດາຄະນະພັກຄະນະບັນຊາການກອງພັນ ຫນຶ່ງສາມ ໃນກາງເດືອນ ມັງກອນ 2018 ນີ້ ໂດຍການຕ້ອນຮັບຂອງ ທ່ານ ພັນໂທ ແສງເດືອນ ພົມມະຈັນ ຫົວໜ້າການເມືອງກອງພັນ 13 ພ້ອມດ້ວຍຄະນະ ແລະ ບັນດານາຍທະຫານ ເຂົ້າຮ່ວມ.
ໃນໂອກາດຢ້ຽມຢາມ ແລະ ອວຍພອນກອງພັນ ຫນຶ່ງສາມ ຄັ້ງນີ້, ຄະນະນໍາ ພ້ອມດ້ວຍນັກທຸລະກິດ ຂອງເມືອງວັງວຽງ ກໍໄດ້ມອບກະຕ່າຂອງຂວັນ, ແລະ ເຄື່ອງອຸປະໂພກ, ບໍລິໂພກຈຳນວນໜື່ງ ໃຫ້ແກ່ກອງພັນ13 ເພື່ອເປັນຂວັນ ແລະ ກຳລັງໃຈໃຫ້ກັບອ້າຍນ້ອງທະຫານ ທີ່ປະຈຳຢູ່ເຂດເມືອງວັງວຽງ ແລະ ກຳລັງປະຕິບັດໜ້າທີ່ເຄື່ອນໄຫວປ້ອງກັນເຂດແດນເມືອງເມືອງວັງວຽງ ກໍຄືແຂວງວຽງຈັນ ເຮັດໃຫ້ເມືອງວັງວຽງ ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະກັດກັ້ນ ແລະ ແກ້ໄຂກຸ່ມຄົນບໍ່ດີຍູ້ແຮງຂະບວນການຮັກຊາດ ແລະ ພັດທະນາ ເຝິກແອບປັບປຸງກໍ່ສ້າງກຳລັງພາຍໃນກົມກອງ ໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ ເພື່ອເຮັດສຳເລັດທຸກໜ້າທີ່ໆປະເທດຊາດ ກໍ່ຄືປະຊາຊົນມອບໝາຍໃຫ້ຢ່າງມີປະສິດທິຜົນ
ແຫລ່ງຂ່າວ ທີມຂ່າວ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ