ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນ ແຂວງໄຊຍະບູລີ ຊຸດທີ 1 ໄດ້ໄຂຂຶ້ນໃນວັນທີ 16 ມັງກອນ 2018 ຜ່ານມານີ້ ທີ່ຫ້ອງປະຊຸມໂຮງຮຽນການເມືອງ-ການປົກຄອງແຂວງໄຊຍະບູລີ, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ປະລິນຍາເອກ ສົມລິດ ເປືອກແກ້ວ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ປະທານສະພາປະຊາຊົນແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ໂດຍແມ່ນ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເຂລາພັກແຂວງ, ເຈົ້າແຂວງໄຊຍະບູລີ, ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7, ອາດີດການນໍາຂອງແຂວງ, ອາດິດສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ນັກປະຕິວັດອາວຸໂສ- ບໍານານ, ຜູ້ຊົງຄຸນວຸດທິ, ຕາງໜ້າອົງການຈັດຕັ້ງພັກ - ລັດ, ອົງການຈັດຕັ້ງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ນັກທຸລະກິດ ແລະ ຜູ້ປະກອບການເຂົ້າຮ່ວມ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ປອ ສົມລິດ ເປືອກແກ້ວ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ປະທານສະພາປະຊາຊົນແຂວງໄຊຍະບູລີ ໄດ້ໃຫ້ກຽດຂຶ້ນກ່າວໄຂກອງປະຊຸມຢ່າງເປັນທາງການ, ໃນກອງປະຊຸມຄັ້ງນີ້ບັນດາສະມາຊິກສະພາປະຊາຊົນແຂວງ ແລະ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນສຸມໃສ່ຄົ້ນຄ້ວາ, ພິຈາລະນະ ແລະ ຕົກລົງຮັບຮອງບັນຫາສໍາຄັນຕ່າງໆຂອງແຂວງ, ໂດຍສະເພາະແມ່ນຈະໄດ້ຮັບຟັງບົດລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງອົງການປົກຄອງແຂວງປະຈໍາປີ 2017 ແລະ ທິດທາງແຜນການປະຈໍາປີ 2018 , ຮັບຟັງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມຂອງແຂວງປະຈໍາປີ 2017 ແລະ ທິດທາງແຜນການປະຈໍາປີ 2018, ຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານປະຈໍາປີ 2017 ແລະ ທິດທາງແຜນການປະຈໍາປີ 2018, ຮັບຟັງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນເທື່ອທີ 2 ແລະ ເທື່ອທີ 3 ຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ຮັບຟັງບົດລາຍງານກ່ຽວກັບການເຄື່ອນໄຫວຂອງອົງການກວດສອບປະຈໍາພາກເໜືອ ປະຈໍາປີ 2017 ທິດທາງແຜນການເຄື່ອນໄຫວປະຈໍາປີ 2018 ແລະ ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງໄຊຍະບູລີ, ສົກປີ 2015 – 2016 ຂອງອົງການກວດສອບປະຈໍາພາກເໜືອ, ຮັບຟັງບົດລາຍງານຜົນຂອງການກວດກາຕາມຜົນກວດສອບບົດສະຫຼຸບຂາດຕົວຂອງແຂວງໄຊຍະລີ ສົກປີ 2014 – 2015, ສົກປີ 2015-2016 ແລະ ວຽກງານສືບສວນ-ສອບສວນຕ້ານການສໍ້ລາດບັງຫຼວງ, ຮັບຟັງບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານທ່ອງທ່ຽວຂອງແຂວງ ປະຈໍາປີ 2017 ແລະ ທິດທາງແຜນການກະກຽມກິດຈະກໍາໃຫ້ແກ່ການເປີດປີທ່ອງທ່ຽວລາວ ຢູ່ແຂວງໄຊຍະບູລີ ໃນປີ 2018, ຮັບຟັງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2018 ຂອງອົງການໄອຍະການປະຊາຊົນແຂວງ, ຮັບຟັງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ປະຈໍາປີ 2017 ແລະ ທິດທາງແຜນການປະຈໍາປີ 2018 ຂອງສານປະຊາຊົນແຂວງ, ຮັບຟັງບົດລາຍງານຂອງພະແນກຍຸຕິທໍາແຂວງ ກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດໃນໄລຍະຜ່ານມາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ, ຮັບຟັງບົດລາຍງານຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງກ່ຽວກັບການຈັດຕັ້ງປະຕິບັດໂຄງການຈັດລະບຽບສັງຄົມ, ຮັບຟັງບົດລາຍງານກ່ຽວກັບການຈັດຕັ້ງແຜນການເຄື່ອນໄຫວ ປະຈໍາປີ 2017 ແລະ ທິດທາງເຄື່ອນໄຫວປະຈໍາປີ 2018 ຂອງສະພາປະຊາຊົນແຂວງໄຊຍະບູລີ, ຮັບຟັງການຕີລາຄາຂອງແຕ່ລະຄະນະກໍາມະການສະພາປະຊາຊົນແຂວງ, ຮັບຟັງການຊີ້ແຈງ ແລະ ໃຫ້ຄວາມກະຈ່າງແຈ້ງຂອງພະແນກການທີ່ກ່ຽວຂ້ອງຈໍານວນໜຶ່ງ, ພ້ອມນີ້ກອງປະຊຸມຍັງໄດ້ຄົ້ນຄ້ວາປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາການສ້າງນິຕິກໍາຂອງແຂວງຈໍານວນ 3 ສະບັບຄື: ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການຄຸ້ມຄອງວຽກງານວັດທະນະທໍາ ແລະ ທຸລະກິດການທ່ອງທ່ຽວ, ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການຄຸ້ມຄອງພົນລະເມືອງ ແລະ ພິທີກໍາທາງສັງຄົມ, ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການນໍາໃຊ້ ແລະ ອານຸລັກຊັບພະຍາກອນທໍາມະຊາດ ທີ່ເປັນຢາ. ກອງປະຊຸມຄັ້ງນີ້ຈະໄດ້ດໍາເນີນໄປເປັນເວລາ 4 ວັນຈົນເຖີງ ວັນທີ 20 ມັງກອນ 2018 ຈຶ່ງສໍາເລັດ.
ແຫລ່ງຂ່າວ ພະແນກ ຖວທ ແຂວງໄຊຍະບູລີ
Editor: ກຳປານາດ ລັດຖະເຮົ້າ