ໃນເມື່ອບໍ່ດົນນີ້; ຢູ່ທີ່ສະໂມສອນຂອງເມືອງ ອາດສະພັງທອງ, ແຂວງ ສະຫວັນນະເຂດ ທະຫານ-ຕໍາຫຼວດ,ພະນັກງານປະຕິວັດອາວຸໂສ ພາຍໃນເມືອງ ໄດ້ເຂົ້າຮ່ວມຮັບຟັງປາຖະກະຖາ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ: ວັນທີ 20 ມັງກອນ 1949 ຫາ ວັນທີ 20 ມັງກອນ 2018 ເຊິ່ງໄດ້ ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ໃຫ້ກຽດປາຖະກະຖາໂດຍ ທ່ານ ບຸນແກດ ຫອມພະມາໄລ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ອາດສະພັງທອງ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ທາດແທ້ຂອງກອງທັບປະຊາຊົນລາວ ໃນແຕ່ລະໄລຍະທີ່ນັກຮົບລຸ້ນປ້າ, ລຸ້ນລຸງ, ໄດ້ດໍາເນີນຕໍ່ສູ້ກູ້ຊາດຕ້ານກັບພວກສັກດີນາຕ່າງດ້າວ ທີ່ມາຮຸກຮານປະເທດລາວຂອງພວກເຮົາຢ່າງຍຶດເຍື້ອຍາວນານ ຈົນໄດ້ຮັບໄຊຊະນະເປັນກ້າວໆມາ. ສາມາດຊີ້ນໍາ-ນໍາພາປວງຊົນລາວທັງຊາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເຮັດໃຫ້ຊາວໂລກໄດ້ຮັບຮູ້ປະເທດລາວຫຼາຍຂຶ້ນ ແລະ ໄດ້ມີອ້າຍນ້ອງພະນັກງານ ທະຫານ 3 ຮ້ອຍກວ່າສະຫາຍ ໄດ້ກ່າຍເປັນນັກຮົບແຂ່ງຂັນ ແລະ ອີກ 59 ສະຫາຍ ໄດ້ກ່າຍເປັນວິລະຊົນແຫ່ງຊາດໄດ້ຮັບນາມມະຍົດອື່ນໆອີກຈໍານວນໜຶ່ງ.
Editor: ນັກຂ່າວເມືອງອາດສະພັງທອງ