ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 69 ປີ. ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຄະນະນໍາຂອງເມືອງວັງວຽງ, ແຂວງວຽງຈັນ ພ້ອມດ້ວຍນັກທຸລະກິດເຊິ່ງນຳໂດຍ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງໆວັງວຽງ, ພ້ອມດ້ວຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ ແລະ ພະນັກງານ ພ້ອມດ້ວຍນັກທຸລະກິດພາຍໃນເມືອງ ໄດ້ຢ້ຽມຢາມ ແລະ ອວຍພອນບັນດາຄະນະພັກຄະນະບັນຊາ ກອງພົນທະຫານຮາບທີ 1 ການເດີນທາງໄປອວຍພອນດັ່ງກ່າວ ແມ່ນໄດ້ມີຊື້ນໃນວັນທີ 14 ມັງກອນ 2018 ຜ່ານມານີ້ ໂດຍການຕ້ອນຮັບຂອງ ທ່ານ ພັນເອກ ແສງຢືນ ລັດສະໝີ ເລຂາຄະນະພັກຫົວໜ້າການເມືອງກອງພົນທະຫານຮາບ ທີ 1 ພ້ອມດ້ວຍຄະນະ ແລະ ບັນດາພົນທະຫານ ເຂົ້າຮ່ວມ.
ໃນໂອກາດຢ້ຽມຢາມ ແລະ ອວຍພອນກອງພົນທະຫານຮາບທີ 1 ຄັ້ງນີ້, ຄະນະນໍາ ພ້ອມດ້ວຍນັກທຸລະກິດ ຂອງເມືອງວັງວຽງ ກໍໄດ້ມອບກະຕ່າຂອງຂວັນ, ພ້ອມດ້ວຍເງິນສົດຈຳນວນໜຶ່ງແລະ ເຄື່ອງອຸປະໂພກ,ບໍລິໂພກຈຳນວນໜື່ງໃຫ້ແກ່ກອງພົນທະຫານຮາບທີ 1 ເພື່ອເປັນຂວັນ ແລະ ກຳລັງໃຈໃຫ້ກັບອ້າຍນ້ອງທະຫານທີ່ປະຈຳຢູ່ເຂດເມືອງວັງວຽງ ທີ່ກຳລັງປະຕິບັດໜ້າທີ່ເຄື່ອນໄຫວປ້ອງກັນເຂດແດນເມືອງເມືອງວັງວຽງ ກໍຄືແຂວງວຽງຈັນ ເຮັດໃຫ້ເມືອງວັງວຽງ ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະກັດກັ້ນ ແລະ ແກ້ໄຂກຸ່ມຄົນບໍ່ດີຍູ້ແຮງຂະບວນການຮັກຊາດ ແລະ ພັດທະນາ ເຝິກແອບປັບປຸງກໍ່ສ້າງກຳລັງພາຍໃນກົມກອງ ໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ ເພື່ອເຮັດສຳເລັດທຸກໜ້າທີ່ໆປະເທດຊາດ ກໍ່ຄືປະຊາຊົນມອບໝາຍໃຫ້ຢ່າງມີປະສິດທິຜົນ.ນອກຈາກນີ້ທາງຄະນະນຳຂອງເມືອງຍັງຈະສືບຕໍ່ອວຍພອນບັນດາຄ້າຍ ແລະ ຈຸດສຸມຕ່າງໆພາຍໃນເມືອງຕື່ມອີກ
ພາຍຫຼັງສຳເລັດມອບກະຕ່າອວຍພອນແລ້ວ ໄດ້ມີການແຂ່ງຂັນກິລາ ເພື່ອເປັນການຮັດ ແໜ້ນຄວາມສາມັກຄີ ລະຫວ່າງ ຄະນະນຳຂອງເມືອງ ແລະ ຄະນະພັກຄະນະບັນກອງພົນທະຫານຮາບທີ 1 ຕື່ມອີກ.
ແຫລ່ງຂ່າວ ຖວທ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ