ກາງເດືອນ ມັງກອນ 2018 ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 1 ໄດ້ສະເໜີພິຈາລະນາຍົກຍ້າຍ ແລະ ແຕ່ງຕັ້ງບຸກຄະລາກອນ ໃນກົງຈັກການປົກຄອງ ນະຄອນຫຼວງວຽງຈັນ ທັງນີ້,ກໍ່ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂອງອົງການປົກຄອງນະຄອນຫຼວງວຽງຈັນ ມີຄວາມສອດຄ່ອງ ແລະ ແທດເໝາະກັບຄວາມຕ້ອງການຂອງບຸກຄະລາກອນ ເພື່ອຮັບໃຊ້ໃຫ້ແກ່ພັດທະນານະຄອນຫຼວງວຽງຈັນ ໄລຍະໃໝ່. ໃນນີ້, ໄດ້ມີການສະເໜີຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າພະແນກຈຳນວນໜຶ່ງ ເພື່ອໃຫ້ກອງປະຊຸມ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຮັບຮອງເອົາ ເຊັ່ນ:
1. ແຕ່ງຕັ້ງ ທ່ານ ບຸນທາມ ພຸດທະວົງສາ ເຈົ້າເມືອງໆຫາດຊາຍຟອງ ມາເປັນຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ
2. ແຕ່ງຕັ້ງ ທ່ານ ທະວີໄຊ ເໝົາຊົມພູ ຮອງເຈົ້າເມືອງໆໄຊເຊດຖາ ມາເປັນຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວງຈັນ. ສຳລັບການແຕ່ງຕັ້ງປ່ຽນແທນເຈົ້າເມືອງຜູ້ທີ່ໄດ້ຮັບການຍົກຍ້າຍນັ້ນ ຄະນະປະຈຳສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ມີມະຕິຕົກລົງ ສະບັບເລກທີ 001/ຈ.ສພ.ນວ, ລົງວັນທີ 11 ມັງກອນ 2018 ຮັບຮອງແລ້ວ ເຊັ່ນ:
1. ຮັບຮອງເອົາ ທ່ານ ດາວເພັດ ດາລຸນ ເປັນເຈົ້າເມືອງໆສັງທອງ
2. ຮັບຮອງເອົາ ທ່ານ ແກ່ນ ວໍລະສານ ເປັນວ່າການແທນເຈົ້າເມືອງໆຫາດຊາຍຟອງ.
ໃນທີ່ປະຊຸມໄດ້ເຫັນດີຮັບຮອງເອົາຕາມການສະເໜີຂອງອົງການປົກຄອງນະຄອນຫຼວງວຽງຈັນ ດ້ວຍຄະແນນສຽງສ່ວນຫຼາຍ
Editor: ກຳປານາດ ລັດຖະເຮົ້າ