ເມື່ອບໍ່ດົນມານີ້, ຄະນະນໍາແຂວງອັດຕະປື ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກ ຂອງ ທ່ານ ຄໍາໄຕ ສີພັນດອນ ອາດິດເລຂາທິການສູນກາງພັກ, ອາດິດປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຂອງທ່ານອາດິດປະທານພັກ, ອາດິດປະທານປະເທດ ໃນຄັ້ງນີ້ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງອັດຕະປື ໄດ້ລາຍງານສະພາບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງອົງຄະນະພັກແຂວງອັດຕະປື ແລະ ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 8 ໃນປີ 2017 ແລະ ທິດທາງແຜນການ ປີ 2018 ໂດຍສະເພາະວຽກງານການເມືອງ-ແນວຄິດ, ອົງຄະນະພັກແຂວງອັດຕະປື ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ຈັດຕັ້ງເຊື່ອມຊືມ ໂດຍຕິດພັນກັບການກໍ່ສ້າງພັກ-ພະນັກງານ ຖືວຽກງານການເມືອງແນວຄິດເປັນຫລັກ, ແນ່ໃສ່ປັບປຸງແຜນວິທີການນໍາພາ ແລະ ເຮັດວຽກງານຂອງຄະນະອໍານາດການປົກຄອງ ແຕ່ລະຊັ້ນ, ພ້ອມທັງສຸມໃສ່ ວຽກງານ ປກຊ-ປກສ ເປັນຕົ້ນ, ການແກ້ໄຂບັນຫາປະກົດການຫຍໍ້ທໍ່ ທີ່ເກີດຂຶ້ນ ໃນສັງຄົມ ເພື່ອເຮັດໃຫ້ແຂວງອັດຕະປື ມີສະຖຽນລະພາບທາງດ້ານການເມືອງ-ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນປີ 2017 ຂອງແຂວງ ໄດ້ມີອັດຕາເຕີບໂຕຂອງເສດຖະກິດ ຂະຫຍາຍຕົວໃນລະດັບ 7,5 ສ່ວນຮ້ອຍຕໍ່ປີ. ສ້າງມູນຄ່າເພີ່ມໄດ້ 2 ພັນ 390 ກວ່າຕື້ກີບ, ເທົ່າກັບ 98,47 ສ່ວນຮ້ອຍ ຂອງແຜນການ, ລວມຍອດຜະລິດຕະພັນພາຍໃນ ລະດັບ ສະເລ່ຍຕໍ່ຫົວຄົນ ໄດ້ 1,980 ໂດລ້າສະຫາລັດ ຫລື ເທົ່າກັບ 18 ລ້ານ 4 ແສນກີບ. ພົນລະເມືອງໃນປີ 2018 ແມ່ນມີ 1 ແສນ 4 ຫມື່ນ 5 ພັນ 8 ຮ້ອຍກວ່າຄົນ, ເພີ່ມຂື້ນ 2 ພັນ 8 ຮ້ອຍ 39 ຄົນ ດ້ວຍອັດຕາສະເລ່ຍ 2 ສ່ວນຮ້ອຍ. ສໍາລັບໂຄງປະກອບເສດຖະກິດ ດ້ານກະສິກໍາ ຂະຫຍາຍຕົວເມືອງຂື້ນ 3,82 ສ່ວນຮ້ອຍ, ກວມເອົາ 24 ສ່ວນຮ້ອຍ ຂອງ ຈິດີພີ ຫລຸດແຜນການ 2,18 ສ່ວນຮ້ອຍ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມາຮອດປີ 2018 ສາມາດອອກໃບຕາດິນໄດ້ທັງຫມົດ 2,595 ຕອນ ເທົ່າກັບ 26 ສ່ວນຮ້ອຍ ຂອງແຜນການ ແລະ ໄດ້ສ້າງສໍາມະໂນທີ່ດີນ ໄດ້ທັງໝົດ 1 ຫມື່ນ 3 ພັນ 599 ຕອນ, ລື່ນແຜນ 94 ສ່ວນຮ້ອຍ, ດ້ານອຸດສະຫາກໍາ ຂະຫຍາຍຕົວເພີ່ມຂື້ນ 23,16 ສ່ວນຮ້ອຍ, ກວມເອົາ 43 ສ່ວນຮ້ອຍ ຂອງ ຈິດີພີ. ສ່ວນຂະແຫນງບໍລິການ ມີການຂະຫຍາຍເພີ່ມຂື້ນ 6,23 ສ່ວນຮ້ອຍ ກວມເອົາ 41 ສ່ວນຮ້ອຍ ຂອງຈິດີພີ ຫລຸດແຜນການ 17,77 ສ່ວນຮ້ອຍ. ປະຈຸບັນທົ່ວແຂວງ ອັດຕະປື ຍັງມີຄອບຄົວທຸກຍາກ 2 ພັນ 481 ຄອບຄົວ ກວມເອົາ 8,77 ສ່ວນຮ້ອຍ ຂອງຄອບຄົວທັງໝົດ ທົ່ວແຂວງ.
ໃນໂອກາດທີ່ ທ່ານ ຄໍາໄຕ ສີພັນດອນ ອາດິດປະທານພັກ, ອາດິດປະທານປະເທດ ແຫ່ງ ສປປ ລາວ ມາຢ້ຽມຢາມ ແລະ ເຮັດວຽກ ທ່ານໄດ້ໂອ້ລົມຕໍ່ພະນັກງານການນໍາແຂວງອັດຕະປື ຈົ່ງໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ແລະ ກົດຫມາຍຂອງລັດ ມີຄຸນສົມບັດສິນທໍາປະຕິວັດ, ມີນໍາໃຈຮັບໃຊ້ປະຊາຊົນ ສະກັດກັ້ນ ການປ່ຽນຄຸນປ່ຽນທາດ ແນວຄິດສັ່ງຊາປຽບທຽບ, ຂາດຄວາມຮັບຜິດຊອບ ສວຍໃຊ້ໂອກາດຫນ້າທີ່ໃນການສະແຫວງຫາຜົນປະໂຫຍດແກ່ສ່ວນຕົວ ທັງນີ້ກໍ່ເພື່ອເປັນການຫລີກລ້ຽງຈາກຜົນກະທົບ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຕາມແຜນການ ທີ່ວາງໄວ້.
ແຫລ່ງຂ່າວ ທີມຂ່າວແຂວງອັດຕະປື
Editor: ກຳປານາດ ລັດຖະເຮົ້າ