ໃນເມື່ອບໍ່ດົນນີ້; ຢູ່ທີ່ໂຮງຮຽນມັດທະຍົມຕົ້ນໂພນຜາງ, ໜ່ວຍພັກໂຮງຮຽນມັດທະຍົມຕົ້ນໂພນຜາງ ໄດ້ສໍາເລັດການປ່ອນບັດການເລືອກຕັ້ງເອົາເລຂາໜ່ວຍພັກຂອງຕົນ. ໂດຍການເປັນປະທານຂອງ ສະຫາຍ ສົມພິດ ພຸດທະວົງ ກໍາມະການພັກເມືອງ ຜູ້ຊີ້ນໍາກຸ່ມບ້ານທີ VI ໂພນຜາງ ທີ່ຂຶ້ນກັບເມືອງ ອາດສະພັງທອງ, ແຂວງສະຫວັນນະເຂດ, ມີບັນດາສະມາຊິກພັກພາຍໃນໜ່ວຍພັກໂຮງຮຽນມັດທະຍົມຕົ້ນໂພນຜາງ ເຂົ້າຮ່ວມ.
ໃນການປ່ອນບັດເລືອກຕັ້ງເອົາເລຂາໜ່ວຍພັກໂຮງຮຽນມັດທະຍົມຕົ້ນໂພນຜາງໃນຄັ້ງນີ້ ບັນດາສະມາຊິກພັກພາຍໃນໜ່ວຍພັກກໍ່ໄດ້ປ່ອນບັດເລືອກຕັ້ງໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງຢ່າງເຕັມສ່ວນ ຜ່ານການປ່ອນເລືອກຕັ້ງຜົນປະກົດວ່າ ສະຫາຍ ສີສະຫວາດ ໄຊຍະສິດ ໄດ້ເປັນເລຂາໜ່ວຍພັກຊຸດໃໝ່. ໃນໂອກາດດ່ຽວກັນນີ້ ກອງປະຊຸມຍັງໄດ້ລົງປະຊາມະຕິເລືອກເອົາ ສະຫາຍ ນາງ ສົມສອນ ຈັນທະວົງ ເປັນຮອງເລຂາໜ່ວຍພັກ ແລະ ເລືອກເອົາ ສະຫາຍ ແລັມ ສີພັນດອນ ເປັນປະທານກວດກາໜ່ວຍພັກໂຮງຮຽນມັດທະຍົມຕົ້ນໂພນຜາງ.
ຢູ່ໃນໜ່ວຍພັກໂຮງຮຽນມັດທະຍົມຕົ້ນໂພນຜາງ ມີສະມາຊິກພັກທັງໝົດ 22 ສະຫາຍ, ຍິງ 7 ສະຫາຍ, ສະມາຊິກພັກສໍາຮອງ 8 ສະຫາຍ, ຍິງ 4 ສະຫາຍ. ເຫັນວ່າໃນໄລຍະຊຸມປີທີ່ຜ່ານມາ ຄະນະໜ່ວຍພັກ ແລະ ບັນດາສະມາຊິກພັກໄດ້ຢຶດໝັ້ນໃນພື້ນຖານແນວທາງ ແລະ ອຸດົມການຂອງພັກເປັນຫຼັກ, ເດັດດ່ຽວຕໍ່ການຕ້ານຕອບໂຕ້, ການໃສ່ຮ້າຍປ້າຍສີ, ການທັບຖົມໂຈມຕີຂອງສັດຕູ. ໄດ້ຈັດຕັ້ງເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິຄໍາສັ່ງຂໍ້ກໍານົດ, ບົດແນະນໍາ ແລະ ແຈ້ງການຕ່າງໆຂອງລັດ, ເອກະສານມະຕິ 9 ຂອງພັກ, ແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບ, ກົດລະບຽບຂອງພັກສະໄໝທີ 10, ບົດແນະນໍາວຽກງານກໍ່ສ້າງໜ່ວຍພັກເຂັ້ມແຂງຮູ້ນໍາພາຮອບດ້ານ ແລະ ວຽກງານກວດກາ ມາຈັດຕັ້ງເຜີຍແຜ່ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ 7 ຄັ້ງ ມີ 80 ກວ່າເທື່ອຄົນໄດ້ຮັບຟັງ.
Editor: ນັກຂ່າວເມືອງອາດສະພັງທອງ