ໃນວັນທີ 15 ມັງກອນ 2018 ທີ່ຜ່ານມາ ສະພາປະຊາຊົນແຂວງວຽງຈັນ ໄດ້ຈັດກອງປະຊຸມ ຄົບຄະະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ ປະຈໍາປີ 2018 ຂື້ນ ຢູ່ທີ່ຫ້ອງວ່າການປົກຄອງແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ບຸນເພງ ສາຍນໍລະດີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ເຂົ້າຮ່ວມມີບັນດາ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ອາດີດສະມາຊິກສະພາ, ອາດີດການນໍາແຂວງ, ແຂກຖືກເຊີນ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງເຂົ້າຮ່ວມ.
ທ່ານ ສົມດີ ແກ້ວດາລາວິນ ຮອງປະທານສະພາປະຊາຊົນແຂວງວຽງຈັນ ໄດ້ຂື້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕ້ັງທີ 10 ແຂວງວຽງຈັນ ໄດ້ເປັນເຈົ້າການປະກອບຄໍາຄິດຄໍາເຫັນ ພິຈາລະນາຮັບຮອງກົດໝາຍ ທີ່ນໍາເຂົ້າພິຈາລະນາຢູ່ກອງປະຊຸມສະໄໝສາມັນເທື່ອທີ 3-4 ຂອງສະພາແຫ່ງຊາດ ຈໍານວນ 30 ສະບັບ ໃນນັ້ນ ກົດໝາຍສ້າງໃໝ່ 14 ສະບັບປັບປຸງ 15 ສະບັບ ແລະ ທາບທາມ 1 ລະບັບ ພ້ອມກັນນັ້ນ ຍັງໄດ້ປະສານສົມທົບກັບພະແນກຍຸກຕິທຳ ເປັນເຈົ້າການໂຄສະນາ ເຜີຍແຜ່ກົດໝາຍ ແລະ ຈັດຝຶກອົບຮົມໃຫ້ພະນັກງານການນໍາຂັ້ນແຂວງ 45 ວັນ ແລະ ໄດ້ເປີດຮຽນວິຊາກົດໝາຍຊັ້ນຕົ້ນຢູ່ 4 ເມືອງ, ໄດ້ໂຄສະນາເຜີຍແຜ່ກົດໝາຍ 560 ຄັ້ງ ແລະ ໄດ້ຮັບຮອງເອົາບັນຫາຕ່າງໆທີ່ສຳຄັນຂອງຊາດ ແລະ ຂອງແຂວງ, ຕິດຕາມກວດກາແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2017 ແລະ ການຈັດຕັ້ງປະຕິບັດໂຄງການພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ໄດ້ 5 ຄັ້ງ,
ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ສົ່ງເສີມພັດທະນາວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງຢູ່ພາຍໃນແຂວງ, ລົງກວດກາການສ້າງເສັ້ນທາງຕ່າງໆ, ຕິດຕາມກວດກາບັນຫາຜົນກະທົບຈາກໂຄງການສ້າງເສັ້ນທາງລົດໄຟ, ສົມທົບຮ່ວມມືກັບກຳມະທິການພັດທະນະທຳສັງຄົມ ໃນການຕິດຕາມຊຸກຍູ້ກ່ຽວກັບສຸຂະພາບຈະເລີນພັນ ການສຶກສາກ່ອນໄວຮຽນ, ໄດ້ຮັບ ແລະ ຄົ້ນຄວ້າພິຈາລະນາແກ້ໄຂຄໍາຮ້ອງຂໍຄວາມເປັນທຳ 78 ສະບັບ, ໄດ້ລົງຢ້ຽມຢາມປະຊາຊົນບັນດາເຜົ່າຕິດພັນກັບການນໍາເອົາຜົນສຳເລັດກອງປະຊຸມສາມັນເທື່ອທີ 2 ເທື່ອທີ 3 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນລົງເຜີຍແຜ່ໄດ້ທັງໝົດ 197 ຈຸດ, ວຽກງານການຕ່າງປະເທດ ເແມ່ນໄດ້ຮ່ວມມືກັບບັນດາແຂວງແຮກສ່ຽວ ສສ ຫວຽດນາມ ແລະ ໄດ້ເຂົ້າຮ່ວມຮັບແຂກທີ່ມາຢ້ຽມຢາມສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງວຽງຈັນ, ອົງການປົກຄອງແຂວງວຽງຈັນ, ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານ 10 ປີ ແລະ ແຜນປະຈໍາ 2017 ຂອງສະມາຄົມມິດຕະພາບ ລາວ - ຫວຽດນາມ. ພ້ອມດຽວກັນນີ້ ບັນດາສະມາຊິກສະພາຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕ່າງໆໃສ່ບົດສະຫຼຸບຢ່າງກົງໄປກົງມາ.
Editor: ນັກຂ່າວແຂວງວຽງຈັນ