ໃນທ້າຍອາທິທີ່ຜ່ານມາ ທີ່ສະໂມສອນຂອງເມືອງນອງ, ແຂວງ ສະຫັວນນະເຂດ. 6 ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກເມືອງ ໄດ້ຈັດພິທີເລື່ອນມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສຳຮອງຂຶ້ນເປັນສະມາຊິກພັກສົມບູນ, ພ້ອມທັງປະກາດແຍກໜ່ວຍພັກ ໂດຍການເປັນປະທານຂອງສະຫາຍ ກົງໄຊ ເກພະຈັນ ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ມີບັນດາເລຂາໜ່ວຍພັກ, ສະມາຊິກພັກທັງ 6 ໜ່ວຍພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີສະຫາຍ ຄຳ ສໍເສດຖິລາດ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການຕົກລົງອະນຸມັດ ເລື່ອນສະມາຊິກພັກໃໝ່ ຂອງ 6 ໜ່ວຍພັກ ຄື: ໜ່ວຍພັກ ຫ້ອງວ່າການມີ 6 ສະຫາຍ, ເລື່ອນສົມບູນ 2 ສະຫາຍ, ສຳຮອງ 2 ສະຫາຍ, ໜ່ວຍພັກຫ້ອງການຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເລື່ອນຂຶ້ນສຳຮອງ 2 ສະຫາຍ, ໜ່ວຍພັກອຸດສະຫະກຳ ແລະ ການຄ້າເມືອງ 1 ສະຫາຍ, ໜ່ວຍພັກຫ້ອງການການເງິນ 2 ສະຫາຍ, ໜ່ວຍພັກແຜນການ ແລະ ການລົງທຶນ 2 ສະຫາຍ ແລະ ໜ່ວຍພັກ ບ້ານນອງວິໄລ 4 ສະຫາຍ. ຈາກນັ້ນ ກໍ່ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການແຍກໜ່ວຍພັກ ຄື: ໜ່ວຍພັກຫ້ອງວ່າການ ແຍກອອກເປັນ 3 ໜ່ວຍພັກ, ໜ່ວຍພັກຫ້ອງການພາຍໃນ ແລະ ໜ່ວຍພັກພະລັງງານ ແລະ ບໍ່ແຮ່. ປະກາດແຍກໜ່ວຍພັກອຸດສະຫະກຳ ແລະ ການຄ້າເມືອງ ເປັນ 2 ໜ່ວຍພັກ ຄື: ໜ່ວຍພັກອຸດສະຫະກຳ ແລະ ການຄ້າເມືອງ,
ໜ່ວຍພັກທະນະຄານນະໂຍບາຍ ພ້ອມທັງປະກາດແຕ່ງຕັ້ງບົ່ງຕົວເລຂາ, ຮອງເລຂາໜ່ວຍພັກ ແລະ ປະທານກວດກາພັກນຳອີກດ້ວຍ.
Editor: ນັກຂ່າວເມືອງນອງ