ເພື່ອເປັນການກໍ່ສ້າງ ແລະ ພັດທະນາບຸກຄະລາກອນ ໃນກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມພ້ອມຕໍ່ໜ້າທີ່ວຽກງານວິຊາສະເພາະ ແລະ ຕອບສະໜອງໄດ້ກັບໜ້າທີ່ວຽກງານການເມືອງໃນໄລຍະໃໝ່. ມາໃນຕອນບ່າຍ ວັນທີ 11 ມັງກອນ 2018 ຜ່ານມານີ້ ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໄດ້ຈັດພິທີຮັບກຳລັງໃໝ່ ທີ່ຮຽນຈົບລະບົບວິຊາສະເພາະສາຂາຕ່າງໆ ແລະ ກໍາລັງໃໝ່ທີ່ຮຽນຈັບຊັ້ນມັດທະຍົມສືກສາຕອນປາຍ ໂດຍການເປັນປະທານຂອງທ່ານ ພັນໂທ ຜາຂົງ ດອກມະນີຈັນ ປະທານກວດກາພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ທ່ານ ພັນໂທ ບຸນນິດ ໂຮມຄະສິດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ , ມີບັນດາຄະນະຫ້ອງ, ຫົວໜ້າກອງບັນຊາການ ປກສ ເມືອງ , ຫົວໜ້າພະແນກ, ຮອງພະແນກ, ພະນັກງານວິຊາການທີ່ກ່ຽວຂ້ອງ, ພ້ອມດ້ວຍພະນັກງານ-ນັກຮົບ ກຳລັງໃໝ່ ເຂົ້າຮ່ວມ ຈຳນວນ 66 ສະຫາຍ, ຍິງ 20 ສະຫາຍ.
ທ່ານ ພັນໂທ ບຸນນິດ ໂຮມຄະສິດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ , ໄດ້ຂື້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2427/ປກສ, ລົງວັນທີ 14 ທັນວາ 2017 ວ່າດ້ວຍການຮັບກຳລັງໃໝ່ ແລະ ກຳລັງທົດແທນ ໃຫ້ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ, ຈຳນວນ 66 ສະຫາຍ, ຍິງ 20 ສະຫາຍ, ທີ່ໄດ້ຜ່ານການຄັດເລືອກ ແລະ ສອບເສັງເຂົ້າເປັນກໍາລັງປ້ອງກັນຄວາມສະຫງົບ ຕາມມາດຖານເງື່ອນໄຂ ແລະ ຖືກຕ້ອງຕາມລະບຽບກົດໝາຍຂອງກະຊວງປ້ອງກັນຄວາມສະຫງົບປະຊາຊົນ ວາງອອກ, ຫຼັງຈາກນັ້ນ ກໍ່ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ສະບັບເລກທີິ 0159/ປກສ.ຂບຊ ລົງວັນທີ 10 ມັງກອນ 2018 ວ່າດ້ວຍການຊັບຊ້ອນກໍາລັງໃໝ່ ແລະ ກໍາລັງທົດແທນ ໃນສົກປີ 2017 ຈໍານວນ 66 ສະຫາຍ, ຍິງ 20 ສະຫາຍ ໃນນັ້ນ, ຖືກແຕ່ງຕັ້ງໄປປະຈໍາຢູ່ ຫ້ອງການກອງບັນຊາການ 02 ສະຫາຍ, ຫ້ອງການເມືອງ 03 ສະຫາຍ, ຫ້ອງຕໍາຫຼວດ 01 ສະຫາຍ, ຫ້ອງສັນຕິບານ 02 ສະຫາຍ, ຫ້ອງພະລາທິການ 05 ສະຫາຍ, ຍິງ 02 ສະຫາຍ, ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ 02 ສະຫາຍ, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ຈໍານວນ 01 ສະຫາຍ, ກອງພັນ ສອງສູນແປດ 208 ຈໍານວນ 43 ສະຫາຍ, ຍິງ 12 ສະຫາຍ ແລະ ປກສ ເມືອງ 7 ຕົວເມືອງອີກ 7 ສະຫາຍ, ຍິງ 03 ສະຫາຍ.
ໂອກາດດຽວກັນ ທ່ານ ພັນໂທ ຄຳໄມ ແກ່ນຄໍາຈັນ ຮອງຫົວໜ້າຫ້ອງການເມືອງ ກໍ່ໄດ້ຕ່າງໜ້າໃຫ້ຄະນະປະທານ ຜ່ານລະບຽບກົດໝາຍຂອງກຳລັງປ້ອງກັນຄວາມສະຫງົບ ໂດຍຫຍໍ້ , ຍົກໃຫ້ເຫັນ 7 ລະບອບ ແລະ 18 ວຽກ ທີ່ທາງກະຊວງປ້ອງກັນຄວາມສະຫງົບວາງອອກ ແນ່ໃສ່ເຮັດໃຫ້ພະນັກງານ-ນັກຮົບ ກຳລັງໃໝ່ ແລະ ກໍາລັງທົດແທນ ຮັບຮູ້ເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດໃນການປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງ , ສອດຄ່ອງ ແລະ ບໍ່ກະທໍາຜິດຕໍ່ລະບຽບກົດໝາຍຂອງກຳລັງປ້ອງກັນຄວາມສະຫງົບ.
ຕອນທ້າຍຍັງໄດ້ຮັບຟັງຄໍາເຫັນໂອ້ລົມຈາກ ທ່ານ ພັນໂທ ຜາຂົງ ດອກມະນີຈັນ ປະທານກວດກາພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ເຊີ່ງທ່ານໄດ້ໃຫ້ທິດຊີ້ນຳຕໍ່ກຳລັງໃໝ່ທີ່ສະໝັກໃຈເຂົ້າມາຮັບໃຊ້ໃນວຽກງານປ້ອງການຄວາມສະຫງົບ ແລະ ໄດ້ຮັບການແຕ່ງຕັ້ງຊັບຊ້ອນໃນຄັ້ງນີ້ ຈົ່ງຍົກສູງສະຕິຄວາມຮັບຜິດຊອບຕໍ່ການຈັດຕັ້ງ, ເອົາໃຈໃສ່ບຸກບືນຫ້າວຫັນຕໍ່ໜ້າທີວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ປະຕິບັດລະບຽບວິໃນຂອງກຳລັງປ້ອງກັນຄວາມສະຫງົບ ຢ່າງເຂັ້ມງວດ ເພື່ອໃຫ້ກາຍເປັນພະນັກງານ-ນັກຮົບ ສືບທອດທີ່ດີຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໃນອານາຄົດ.
Editor: ປກສ ແຂວງບໍລິຄຳໄຊ