ພິທີປະກາດນາມມະຍົດໃຫ້ເມືອງປາກຊ່ອງ ແຂວງຈໍາປາສັກ ເປັນເມືອງຊາວໜຸ່ມປະຊາຊົນປະຕິວັດລາວ 4 ບຸກ ໄດ້ຈັດຂື້ນໃນວັນ 10 ມັງກອນ 2018 ທີ່ຜ່ານມານີ້, ຢູ່ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມເປັນປະທານ ວິຈິດ ແກ້ວບົວພາ ເລຂາພັກເມືອງ ເຈົ້າເມືອງໆປາກຊ່ອງ, ມີ ທ່ານ ນາງ ມະນີໄຊ ພຣະວິເສດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຈຳປາສັກ, ທ່ານ ກິ່ງແກ້ວ ເພັດນ້ຳໂຂງ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງປາກຊ່ອງ, ບັນດາທ່ານໃນຄະນະພັກເມືອງ, ຄະນະຫ້ອງການ, ອົງການຈັດຕັ້ງພາຄີ, ຄະນະບໍລິຫານງານຊາວໜຸ່ມອ້ອມຂ້າງ, ພ້ອມດ້ວຍສະມາຊິກຊາວໜຸ່ມ ແລະ ນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ.
ທ່ານ ສິດທິເດດ ພູລະອຽດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງປາກຊ່ອງ ໄດ້ຂື້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈຳສົກປີ 2017 ໃຫ້ຮູ້ວ່າ: ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງປາກຊ່ອງ ແມ່ນອົງການຈັດຕັ້ງໜຶ່ງໃນລະບົບການເມືອງ, ມີສະຖານະທຽບເທົ່າກັບການຈັດຕັ້ງຂອງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນອື່ນໆ ເຊິ່ງປະກອບດ້ວຍຄະນະບໍລິຫານງານຊາວໜຸ່ມເມືອງ 23 ສະຫາຍ ຍິງ 1 ສະຫາຍ, ມີ 8 ຮາກຖານ ແລະ 161 ໜ່ວຍອ້ອມຂ້າງ. ໃນໄລຍະ 1 ທີ່ຜ່ານມາ ໄດ້ລົງຕິຕາມກວດກາປະເມີນຜົນຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໄດ້ 8 ຮາກຖານ, 42 ໜ່ວຍຫ້ອງການ, 10 ໜ່ວຍຊາວໜຸ່ມໂຮງຮຽນປະຖົມ, 22 ໜ່ວຍ ໂຮງຮຽນ ມຕ-ມສ, 57 ໜ່ວຍຮາກຖານບ້ານ, ຕິດພັນກັບການສ້າງຂະບວນການ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ການຈັດຕັ້ງຊາວໜຸ່ມຂັ້ນໜ່ວຍ, ກົມກອງ ແລະ ຂັ້ນບ້ານ ສາມາດສະເລ່ຍ ດ້ານການເມືອງແນວຄິດ ປະຕິບັດໄດ້ 80,24 % , ດ້ານການຝຶກຝົນຫຼໍ່ຫຼອມຮ່ຳຮຽນ ໄດ້ 79,26 %, ດ້ານວຽກງານການຈັດຕັ້ງ 81,24 % ແລະ ດ້ານວິຊາຊີບສ້າງວຽກເຮັດງານທຳ ປະຕິບັດໄດ້ 84,48% ຕໍ່ກັບຜົນງານດັ່ງກ່າວ ເມືອງປາກຊ່ອງ ໄດ້ຖືກຕົກລົງຮັບຮອງຈາກຄະນະບໍລິຫານງານຊາວໜຸ່ມ ແຂວງຈຳປາສັກ ເປັນເມືອງ 4 ບຸກ ໄດ້ 2 ປີຊ້ອນ ຕາມມາດຖານເງື່ອນໄຂທີ່ຄະນະບໍລິຫານງານສູນກາງຊາວໜຸ່ມ ວາງອອກ.
ຈາກນັ້ນ ທ່ານ ນາງ ມະນີໄຊ ພຣະວິເສດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຈຳປາສັກ ກໍ່ໄດ້ໃຫ້ກຽດຂື້ນມອບໃບຢັ້ງຢືນຮັບຮອງເອົາ ເມືອງປາກຊ່ອງເປັນເມືອງຊາວໜຸ່ມປະຊາຊົນປະຕິວັດລາວ 4 ບຸກ ພ້ອມທັງໄດ້ໂອ້ລົມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ໝາກຜົນໆງານທີ່ຄະນະບໍລິຫານງານຊາວໜຸ່ມ ເມືອງປາກຊ່ອງ ຍາດມາໄດ້ໃນໄລຍະທີ່ຜ່ານມາ ພ້ອມດຽວກັນທ່ານຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ກໍ່ຄື 7 ແຜນງານ 40 ໂຄງການ ຂອງສູນກາງຊາວໜຸ່ມ ວາງອອກ ເພື່ອຮັກສາມູນເຊື້ອນາມມະຍົດ ເມືອງປາກຊ່ອງໄວ້ຕະຫຼອດໄປ.
Editor: ຊາວຫນຸ່ມເມືອງປາກຊ່ອງ