ໃນວັນທີ 10 ມັງກອນ ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ ເລຂາຄະນະພັກຮາກຖານ ແລະ ເລຂາໜ່ວຍພັກ ໄດ້ຮັບຟັງ ບົດແນະນໍາ ກ່ຽວກັບວິທີການກໍ່ສ້າງໜ່ວຍພັກແຂງ-ຮູ້ນໍາພາຮອບດ້ານ. ໂດຍການເປັນປະທານຂອງ ສະຫາຍ ບົວສີ ເພຍພົມມະລິນ ຮອງເລຂາຄະນະບໍລິງານພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ປະທານການກໍ່ສ້າງໜ່ວຍພັກແຂງຮູ້ນໍາພາຮອບດ້ານ, ມີ ສະຫາຍ ສີທອງ ເພັດສະພັງທອງ ຄະນະປະຈໍາພັກເມືອງ ປະທານກວດກາພັກ-ລັດເມືອງ, ມີບັນດາເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ໃນ 25 ໜ່ວຍພັກເຂົ້າຮ່ວມ.
ໂດຍອີງຕາມຄໍາສັງເລກທີ 11/ກມສພ ຂອງ ກົມການເມືອງສູນກາງພັກວາງອອກ ວ່າດ້ວຍການເພີ່ມທະວີວຽກງານກໍ່ສ້າງໜ່ວຍພັກແຂງ-ຮູ້ນໍາພາຮອບດ້ານ ແລະ ອີງໃສ່ບົດແນະນໍາເລກທີ 89/ຄຈສພ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງກົມການເມືອງ ດັ່ງກ່າວ: ໃນການກໍ່ສ້າງໜ່ວຍພັກແຂງ-ຮູ້ນໍາພາຮອບດ້ານ ແມ່ນຕ້ອງດໍາເນີນຕາມ 5 ບາດກ້າວ ຄື: ເກັບກໍາຂໍ້ມູນ, ສ້າງແຜນການ, ຜ່ານແຜນການຂອງໜ່ວຍພັກ,ຈັດຕັ້ງປະຕິບັດແຜນການ ແລະ ສະຫຼຸບຕີລາຄາປະເມີນ ຈຶ່ງສາມາດກາຍເປັນໜ່ວຍພັກແຂງ-ຮູ້ນໍາພາຮອບດ້ານໄດ້. ທັງນີ້; ກໍ່ເພື່ອແນ່ໃສ່ເຮັດໃຫ້ຄະນະພັກແຕ່ລະຂັ້ນ ສະມາຊິກແຕ່ລະສະຫາຍກໍາແໜ້ນຈຸດປະສົງ, ລະດັບຄາດໝາຍ, ເນື້ອໃນ, ຂັ້ນຕອນ, ວິທີດໍາເນີນ, ວິທີນໍາພາລະອຽດໃນການກໍ່ສ້າງໜ່ວຍພັກແຂງຮູ້ນໍາພາຮອບດ້ານ, ພ້ອມທັງເຮັດໃຫ້ໜ່ວຍພັກຮູ້ສ້າງແຜນການ, ຮູ້ນໍາພາປະຕິບັດແຜນການ, ຮູ້ສະຫຼຸບຖອດຖອນບົດຮຽນ ແລະ ລາຍງານໃຫ້ຄະນະພັກໃນການກໍ່ສ້າງໜ່ວຍພັກແຂງ-ຮູ້ນໍາພາຮອບດ້ານເປັນປົກກະຕິ ແລະ ປັບປຸງແບບແຜນວິທີເຮັດວຽກຂອງຄະນະໜ່ວຍພັກ, ສະມາຊິກພັກທຸກສະຫາຍໃນຂອບເຂດສິດໜ້າທີ່ທີ່ໄດ້ຮັບມອບໝາຍ ເພື່ອເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ສົມກັບເປັນແກ່ນນໍາໃນລະບົບການເມືອງຢ່າງແທ້ຈິງຢູ່ຂັ້ນຮາກຖານ.
Editor: ເມືອງອາດສະພັງທອງ