ກອງປະຊຸມໃຫ່ຍຄັ້ງທີ I ຂອງໜ່ວຍພັກຮາກຖານໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ແຂວງ ບໍລິຄໍາໄຊ ໄດ້ໄຂຂື້ນຢ່າງເປັນທາງການ ໃນຕົ້ນເດືອນມັງກອນ 2018 ຜ່ານມາ ພາຍໃຕ້ການເປັນປະທານຂອງສະຫາຍ ພັນໂທ ອານົງ ພະບາດໄຊ ເລຂາໜ່ວຍພັກຮາກຖານ ອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ,ເປັນກຽດເຂົ້າຮ່ວມຂອງສະຫາຍ ພັນໂທ ຜາຂົງ ດອກມະນີຈັນ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີແຂກຖືກເຊີນ, ບັນດາສະມາຊິກພັກ ສົມບູນ-ສໍາຮອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ອານົງ ພະບາດໄຊ ກ່າວເປີດກອງປະຊຸມຢ່າງເປັນທາງການ ຫຼັງຈາກນັ້ນ ສະຫາຍ ພັນໂທ ທອງແກ້ວ ຄໍາດາລາວັນ ຮອງເລຂາໜ່ວຍພັກ ໄດ້ຕາງໜ້າໃຫ້ຄະນະໜ່ວຍພັກ ຂື້ນຜ່ານບົດລາຍງານການເມືອງທັງ 03 ພາກຕໍ່ທີ່ປະຊຸມ ເຊີ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຫຼາຍດ້ານ, ດ້ານການເມືອງ-ແນວຄິດ ໄດ້ຖຶເອົາການດຳເນີນຊີວິດການເມືອງໃຫ້ຖັນແຖວພະນັກງານສະມາຊິກເປັນບັນຫາສຳຄັນຕົ້ນຕໍ ແລະ ມີຄວາມຕື່ນຕົວທາງດ້ານການເມືອງ-ແນວຄິດ, ມີລະບຽບວິໃນ , ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ດ້ານວຽກວິຊາສະເພາະ ໃນຕະຫຼອດ 5 ປີຜ່ານມາ ຄະນະໜ່ວຍພັກໄດ້ສຸມໃສ່ຊີ້ນຳ-ນຳພາ ວຽກງານວິຊາສະເພາະຕາມສິດ, ໜ້າທີ່ ແລະ ພາລະບົດບາດ , ຕາມການມອບໝາຍຂອງຂັ້ນເທີງໄດ້ຮັບຜົນສໍາເລັດຫຼາຍດ້ານເຊັ່ນ: ວຽກງານໂຄງການຫຼັກສູດການຮຽນ-ການສອນ ສາມາດກໍ່ສ້າງກຳລັງ ປກສ ຊັ້ນຕົ້ນ ອອກຮັບໃຊ້ໄດ້ III ຮຸ້ນ ມີຈຳນວນພົນທັງໝົດ 790 ສະຫາຍ, ຍິງ 165 ສະຫາຍ, ປະຈຸບັນແມ່ນກຳລັງດຳເນີນການຮຽນ-ການສອນ ຮຸ້ນທີ່ VII , ມີຈຳນວນ 284 ສະຫາຍ, ຍິງ 53 ສະຫາຍ ທີ່ມາຈາກກອງບັນຊາການ ປກສ 5 ແຂວງພາກກາງ ແລະ 01 ກົມ, ວຽກງານຄຸ້ມຄອງນັກຮຽນ ໄດ້ນໍາເອົາລະບຽບ, ກົດໝາຍຂອງກຳລັງປ້ອງກັນຄວາມສະຫງົບ ກໍ່ຄືລະບຽບຂອງໂຮງຮຽນວາງອອກໝູນໃຊ້ ໃນການຄຸ້ມຄອງນັກຮຽນ ເພື່ອໃຫ້ເຂົາເຈົ້າເຂົ້າໃຈເຊື່ອມຊືມ ແລະ ບໍ່ກະທຳຜິດຕໍ່ລະບຽບທີ່ທາງໂຮງຮຽນວາງອອກ, ວຽກງານພະລາທິການ ໄດ້ເປັນເສນາທິການໃນການຍາດແຍ່ງດ້ານງົບປະມານຈາກຂັ້ນເທິງ ເພື່ອຕອບສະໜອງດ້ານລາຍຮັບ-ລາຍຈ່າຍ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ຄູອາຈານ ແລະ ນັກຮຽນ ໃນແຕ່ລະຮູ້ນຖືກຕ້ອງຕາມການອະນຸມັດຂອງຂັ້ນເທິງ, ວຽກງານປັບປຸງພື້ນຖານໂຄງລ່າງ ໄດ້ເອົາໃຈໃສ່ສ້ອມແປງຫໍພັກນັກຮຽນ, ຫ້ອງການສະຖານທີ່ເຮັດວຽກ, ອຸປະກອນການນໍາໃຊ້ເຂົ້າໃນການຮຽນການສອນ ລວມມູນຄ່າທັງໝົດ 602.993.000 ກີບ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຊີ້ນໍາ-ນໍາພາ ພະນັກງານສະມາຊິກພັກ-ພະນັກງານ-ນັກຮົບ ແລະ ນັກຮຽນ ພັດປ່ຽນກັນປະຈໍາການ 24 ຊົ່ວໂມງ ຢ່າງເປັນປົກກະຕິ ແລະ ມີຄວາມສະຫງົບປອດໄພ 100%, ວຽກງານອົງການຈັດຕັ້ງມະຫາຊົນ ໄດ້ນໍາພາສະມາຊິກຊາວໜຸ່ມ, ແມ່ຍິງ ປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນກິລາ, ອານາໄມລວມ, ເຂົ້າຮ່ວມບໍລິຈາກເລືອດຊ່ວຍສັງຄົມ ຈຳນວນ 165 ສະຫາຍ, ຍິງ 17 ສະຫາຍ, ວຽກງານປັບປຸງ ແລະ ຂະຫຍາຍພັກ ສາມາດຂະຫຍາຍເອົາມາຫາຊົນກ້າວໜ້າຮຽນສະໜັບສະໜູນ 12 ສະຫາຍ, ຍິງ 05 ສະຫາຍ, ຮຽນກົດລະບຽບພັກ 10 ສະຫາຍ, ຍິງ 04 ສະຫາຍ, ຮັບມະຫາຊົນກ້າວໜ້າເຂົ້າພັກສໍາຮອງ 09 ສະຫາຍ, ຍິງ 04 ສະຫາຍ, ມີສະມາຊິກພັກໄປຍົກລະດັບທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ 27 ສະຫາຍ, ຍິງ 05 ສະຫາຍ, ສ່ວນການປັບປຸງກໍ່ສ້າງພັກໃນຊຸມປີຜ່ານມາ ແມ່ນສາມາດຍາດໄດ້ນາມມະຍົດໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານຕະຫຼອດໄລຍະ 05 ປີຊ້ອນ, ໃນນັ້ນສະມາຊິກພັກເຂັ້ມແຂງຮອບດ້ານມີ, 18 ສະຫາຍ, ຍິງ 06. ຫຼັງຈາກນັ້ນຄະນະພັກຊຸດເກົ່າກໍ່ໄດ້ກ່າວອໍາລາໜ້າທີ່, ໂອກາດດຽວກັນກໍ່ໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ ໃນນັ້ນມີຜູ້ລົງສະໝັກ 5 ສະຫາຍ, ຜ່ານການປ່ອນບັດ ແລະ ກອງປະຊຸມຄັ້ງປະຖົມມະລືກສາມາດເລືອກໄດ້ ສະຫາຍ ພັນໂທ ອານົງ ພະບາດໄຊ ເປັນເລາຂາໜ່ວຍພັກຮາກຖານ, ສະຫາຍ ພັນໂທ ຄໍາພັນ ອິນທິລາດ ເປັນຮອງເລຂາໜ່ວຍ , ສະຫາຍ ພັນໂທ ບຸນສີ ສີຫາລາດ ເປັນຄະນະປະທານກວດກາ.
ຕອນທ້າຍ ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຈາກສະຫາຍ ພັນໂທ ຜາຂົງດອກ ມະນີຈັນ ປະທານກວດກາອົງຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຕື່ມອິກ.
Editor: ປກສ ແຂວງບໍລິຄຳໄຊ