ແຂວງຄໍາມ່ວນ ຈະຈັດງານປີທ່ອງທ່ຽວລາວ 2018 ພ້ອມບຸນນະມັດສະການພຣະທາດສີໂຄດຕະບອງ ຈະເລີ່ມແຕ່ວັນທີ 25-31 ມັງກອນ 2018, ຕະຫລອດງານປະກອບດ້ວຍກິດຈະກຳທີ່ມ່ວນຊື່ນ ເຊັ່ນ: ການສະແດງສິນລະປະວັນນະຄະດີ, ຊົມຮູບເງົາ-ການທ່ຽວຊົມ ແລະ ຊື້ຜະລິດຕະພັນສິນຄ້າ ຈາກບັນດາແຂວງພາຍໃນປະເທດ ແລະ ຈາກຕ່າງປະເທດໃນແຕ່ລະວັນຄືນ, ພິທີຕັກບາດພະຍາສີໂຄດໃນມື້ຂຶ້ນ 13 ຄໍ່າເດືອນ 3 ລາວ ກົງກັບວັນທີ 29 ມັງກອນ 2018, ຕອນເຊົ້າ ວັນທີ 4 ມັງກອນ 2018 ນີ້ ຢູ່ທີ່ສະໂມສອນໃຫຍ່ ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໄດ້ຈັດພິທີເຊື່ອມຊື່ມມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X, ເອກະສານວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ ແລະ ເອກະສານການສົ່ງເສີມວິຫາສະກິດຂະໜາດນ້ອຍ ແລະ ຂະໜາດກາງ ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ບໍລິຄຳໄຊ, ມີທ່ານ ພັນໂທ ບົວເຄືອ ລັດຕະນະວົງສາ ຮອງເລຂາອົງຄະນະພັກ ຮອງຫົວຫນ້າກອງບັນຊາການ ປກສ ແຂວງ, ມີຄະນະພັກກອງບັນຊາການ, ບັນດາຫ້ອງ, ກອງ, ຄ້າຍຄຸມ ຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 , ພະນັກງານ-ສະມາຊິກພັກ, ພະນັກງານ-ນັກຮົບເຂົ້າຮ່ວມຮັບຟັງ.
ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ບໍລິຄຳໄຊ ໄດ້ກ່າວວ່າ: ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໄດ້ດໍາເນີນຢ່າງເປັນທາງການແຕ່ວັນທີ 11-21 ກັນຍາ 2017 ເຊິ່ງກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງເປັນເອກະພາບຮັບຮອງເອົາບັນດາເນື້ອໃນຕົ້ນຕໍທີ່ສໍາຄັນຄື: ການຕີລາຄາຜົນຂອງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ ຄັ້ງທີ 4 ສະໄໝທີ X ຂອງພັກ, ໃນນັ້ນ ລວມມີວຽກງານຂົງເຂດເສດຖະກິດ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດວັດທະນະທໍາ-ສັງຄົມ, ຂົງເຂດການຕ່າງປະເທດ, ການປັບປຸງບູລະນະກົງຈັກການຈັດຕັ້ງລັດ, ຂົງເຂດວຽກງານແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂອງພັກ, ວຽກງານບັ້ນດໍາເນີນຊີວິດການເມືອງ ປັບປຸງປົວແປງທົ່ວພັກ ແລະ ຂົງເຂດແນວຄິດ-ວັດທະນະທໍາ, ຈາກນັ້ນ ທ່ານ ພັນໂທ ບົວເຄືອ ລັດຕະນະວົງສາ ຮອງຫົວຫນ້າກອງບັນຊາການ ປກສ ແຂວງ ກໍ່ໄດ້ເຜີຍແຜ່ເອກະສານວ່າດ້ວຍ ການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃຫມ່ ເຊິ່ງ ພັກ-ລັດຖະບານໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາຫຍໍ້ທໍ້ຕ່າງໆກ່ຽວກັບທີ່ດິນໂດຍການຄົ້ນຄວ້າສ້າງນິຕິກໍາໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ ໃນການຄຸ້ມ ຫຼື ນໍາໃຊ້ທີ່ດິນຂອງພໍ່, ແມ່ ປະຊາຊົນບັນດາເຜົ່າ ແລະ ພະນັກງານຫຼັກແຫຼ່ງໃນຂັ້ນຕ່າງໆ ໂດຍການກໍານົດທີ່ດິນ, ການຖືສິດນໍາໃຊ້ທີ່ດິນ ແລະ ການເສຍສິດໃນທີ່ດິນ, ກ່ຽວກັບການສົ່ງເສີມວິສາຫະກິດ ທັງຂະໜາດນ້ອຍ ແລະ ກາງ ຢູ່ໃນປະເທດເຮົາພັກ-ລັດຖະບານ ໄດ້ມີນະໂຍບາຍເປີດກວ້າງໃນຫຼາຍພາກສ່ວນ ທີ່ເຄື່ອນໄຫວດໍາເນີນທຸລະກິດ ໂດຍການຄຸ້ມຄອງ ແລະ ນໍາພາຂອງພັກ-ລັດ ເຊິ່ງໄດ້ອອກກົດໝາຍຄຸ້ມຄອງ, ອອກດຳລັດຂອງລັດຖະບານວ່າດ້ວຍການຈັດແບ່ງຂະໜາດວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອເປັນການຜັນຂະຫຍາຍທິດທາງ ແລະ ໜ້າທີ່ຂອງການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃຫ້ຢູ່ໃນທ່າຂະຫຍາຍຕົວຂື້ນໃນລະດັບສູງ, ການຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວກໍ່ເພື່ອແນໃສ່ເຮັດໃຫ້ຄະນະພັກ, ຄະນະບັນຊາຂັ້ນຕ່າງໆ, ພະນັກງານສໍາມະຊິກພັກ, ພະນັກງານ-ນັກ ຮົບ, ໄດ້ຮັບຮູ້ເຂົ້າໃຈ, ກໍາແໜ້ນເຊື່ອມຊຶມ ແລະ ມີຄວາມເປັນເອກະພາບສູງຕໍ່ເນື້ອໃນສໍາຄັນຂອງມະຕິດັ່ງກ່າວ ເພື່ອຍົກບົດບາດການນໍາພາຂອງຄະນະພັກ, ຄະນະບັນຊາແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ໜັກແໜ້ນທາງດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ແລະ ນໍາເອົາເນື້ອໃນຈິດໃຈເອກະສານດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ຊີວິດ ແລະ ວຽກງານຕົວຈິງໃຫ້ໄດ້ຮັບຜົນສູງ.
Editor: ປກສ ແຂວງບໍລິຄຳໄຊ