ກອງປະຊຸມເປີດກວ້າງຄົບຄະນະ ບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 8 ສະໄໝທີ 6 ໄດ້ເປີດຂື້ນຢ່າງເປັນທາງການ ໃນວັນທີ 9 ມັງກອນ ແລະ ດໍາເນີນຈົນເຖິງ ວັນທີ 12 ມັງກອນ 2018 ນີ້ ຢູ່ທີ່ຫ້ອງປະຊຸມສໍານັກງານຫ້ອງວ່າການປົກຄອງແຂວງບໍລິຄໍາໄຊ ໂດຍພາຍໄຕ້ການເປັນປະທານຂອງ ທ່ານ ປະລິນຍາເອກ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ ມີບັນດາກໍາມະການພັກແຂວງ ຄະນະປະຈໍາພັກແຂວງ, ພະນັກງານອາວຸໂສບໍານາມ, ຫົວໜ້າພະແນກການຂະແໜງການ ກົມກອງອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ
ກອງປະຊຸມໄດ້ຮັບຟັງການຜ່ານມະຕິວ່າດ້ວຍ ການແກ້ໄຂພະຍາດອາດຍາສິດ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຈາກ ທ່ານ ປອ ກອງແກ້ວ ໄຊສົມຄາມ ເຈົ້າແຂວງບໍລິຄຳໄຊ ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຕ້ອງຕິດພັນກັບການປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍ ຕ້ອງເຮັດໃຫ້ການຕ້ານ ແລະ ແກ້ໄຂພະຍາດອາຍາສິດ, ການສໍ້ລາດບັງຫຼວງກາຍເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານທຸກປະເພດ ທຸກການຈັດຕັ້ງ ແລະ ທົ່ວສັງຄົມ, ເອົາໃຈໃສ່ຢ່າງຕັ້ງໜ້າໃນການສຶກສາອົບຮົມທັດສະນະແນວຄິດ ຄວາມຮັບຮູ້-ເຂົ້າໃຈຕໍ່ຜົນຮ້າຍຄວາມອັນຕະລາຍຂອງແນວຄິດເອກະຊົນ ປະກົດການອາດຍາສິດ ແລະ ການສໍ້ລາດບັງຫຼວງ ກ່ອນອື່ນໝົດຕ້ອງມີຄວາມເປັນເອກະພາບສູງແຕ່ເທິງລົງລຸ່ມ ເລີ່ມຈາກພະນັກງານການນໍາຂັ້ນຍຸດທະສາດ ພະນັກງານນຳພາ-ຄຸ້ມຄອງແຕ່ລະຂັ້ນ ຕ້ອງສຸມໃສ່ນໍາພາແກ້ໄຂເສື່ອມຖອຍ ດ້ານຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ແກ້ໄຂແນວຄິດເອກະຊົນ ຮັກສາເດີມ ອັດຕະວິໃສ ຫ່າງເຫີນຈາກຕົວຈິງ ຫ່າງເຫີນຈາກປະຊາຊົນ ຫ່າງເຫີນອຸດົມການຂອງພັກ ແນວຄິດຈຸ້ມເຈື້ອເຊື້ອສາຍ ພັກພວກການສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ ຈາກນັ້ນ ທ່ານ ແດນປີ ມູນທະດີ ຮອງເລຂາພັກແຂວງ ຫົົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 7 ສະໄໝທີ 6 ເຂົ້າສູ່ຊິວິດຕົວຈິງ ໃນໄລຍະ 3 ເດືອນທ້າຍປີ 2017 ໄດ້ເອົາໃຈໃສ່ປັບປຸງກຳລັງ ໃຫ້ມີຄວາມໜັ້ກແໜ້ນເຂັ້ມແຂງເປັນເຈົ້າການສຸມໃສ່ແກ່ໄຂປະກົດການຫຍໍ້ທໍ່ໃນສັງຄົມ ກຽ່ວກັບບັນຫາ 4 ເຖື່ອນ ຫລຸດໜອ້ຍຖອຍລົງ ປະຊາຊົນບັນດາເຜົ່າ ຢູ່ຮາກຖານບ້ານ ໄດ້ເປັນເຈົ້າການປົກປັກຮັກສາຄວາມສະຫງົບໃນວັນສຳຄັນຂອງຊາດ ຮັບປະກັນຄວາມສະຫງົບປອດໄພໄດ້ 100% ການພັດທະນາເສດຖະກິດ-ສັງຄົມ ມີທວງທ່າຂະຫຍາຍຕົວຕໍ່ເນື່ອງໃນລະດັບ 8,02% ຊິວິດການເປັນຢູ່ຂອງປະຊາຊົນທົ່ວແຂວງ ໄດ້ຮັບການພັດທະນາຂະຫຍາຍຕົວສູງຂຶ້ນ ການສໍາລະໜີ້ສິນລື່ນແຜນການປີ 5,7% ທຽບໃສ່ແຜນການປີເທົ່າກັບ 93,29% ການແກ້ໄຂພາຫະນະນໍາເຂົ້າຊື້ຂ່າຍບໍ່ຖືກຕ້ອງ ກໍາລັງດໍາເນີນແກ້ໄຂຢ່າງຮີບດ່ວນ ແລະ ວຽກງານອື່ນໆ
ໂອກາດນີ້ ທ່ານ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານຮອບດ້ານປະຈຳປີ 2017 ແລະ ທິດທາງແຜນການປີ 2018 ມູນຄ່າເພີ່ມລວມຍອດຜະລິອຕະພັນພາຍໃນ (GDP) ບັນລຸໄດ້ 5 ພັນ 23 ຕື້ 9 ຮ້ອຍລ້ານກວ່າກີບ, ລື່ນແຜນ 0,03% ສະເລ່ຍໃສ່ຫົວຄົນໄດ້ 2.143 ໂດລາສະຫາລັດ, ຂະແໜງ ກະສິກຳຂະຫຍາຍຕົວ 3,5% ຂະແໜງອຸດສາຫະກໍາຂະຫຍາຍຕົວ 12,79% ຂະແໜງການບໍລິການຂະຫຍາຍຕົວ 9,5% ໃນໄລຍະ 1 ປີຜ່ານມາ ມູນຄ່າການລົງທຶນທັງໝົດ 1 ພັນ 627 ຕື້ກີບ ກວມ 6,71% ແຜນປີ 1 ພັນ 525 ຕື້ກີບ, ໃນນີ້ການລົງທຶນຂອງລັດ 121 ຕື້ ກວ່າກີບ, ກວມ 6,75% ການລົງທຶນຂອງພາກເອກະຊົນ 1 ພັນ 89 ຕື້ກີບ, ກວມ 66,92% ທຶນຊວ່ຍເຫຼືອຫຼ້າຈາກຕ່າງປະເທດ 47 ຕື້ 500 ລ້ານ ກວ່າກີບ, ກວມ 2,92% ການລົງທຶນຈາກລະບົບການເງິນ-ເງິນຕາ ປະມານ 369 ຕື້ ກວ່າກີບ, ກວມ 22,71% ແລະ ວຽກງານອື່ນໆ ກອງປະຊຸມປະຊຸມແມ່ນຈະດໍາເນີນໄປເປັນເວລາ 4 ວັນ
ແຫລ່ງຂ່າວ ພະແນກ ຖວທ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ