ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມ ຂື້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັນພະແນກ ຂອງຕົນ ຂື້ນ ເປັນເວລາ 2 ວັນ ໃນລະຫວ່າງວັນທີ 10 ແລະ 11 ມັງກອນ 2018 ທີ່ສູນການຄ້າລາວໄອເຕັກ, ໂດຍການເປັນປະທານ ມີ ທ່ານ ລັນ ແສງອາພອນ ຫົວຫນ້າກົມຈັດຕັ້ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີທ່ານ ເດດສົງຄາມ ທໍາມະວົງ ຫົວຫນ້າພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ, ທ່ານ ຄໍາມາ ແສງມີໄຊ ຮອງຫົວຫນ້າຄະນະຈັດຕັ້ງນະຄອນຫລວງວຽງຈັນ, ເຂົ້າຮ່ວມມີ ຮອງຫົວຫນ້າພະແນກ ຍທຂ ພະນັກງານຫລັກແຫລ່ງ ອ້ອມຊ້າງພະແນກ, ບັນດາຫ້ອງການ ຍທຊ ແຕ່ລະເມືອງ ໃນ 9 ເມືອງ ເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນກອງປະຊຸມດັ່ງກ່າວ ໄດ້ຮັບຟັງການຜ່ານມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ມະຕິວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ບົດສະຫລຸບຕິລາຄາການດໍາເນີນ ຂື້ນແຜນກໍານົດພະນັກງານ ພ້ອມກັບການແນນະນໍາບັດ ແລະ ດໍາເນີນການທາບທາມ ເປັນ 2 ຮອບ, ເຊີ່ງມະຕິກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແມ່ນເປັນການສ້າງແຜນກໍານົດພະນັກງານ ທີ່ຈະຈັດວາງເຂົ້າໃນຕໍາແຫນ່ງນໍາພາ-ຄຸ້ມຄອງ ແຕ່ລະຂັ້ນ, ແຕ່ລະຂະແຫນງການ ແນ່ໃສລັກສະນະສຶບທອດປ່ຽນແທນຕໍ່ເນື່ອງ ໃນສະເພາະຫນ້າ ແລະ ຍາວນານ.
ສ່ວນມະຕິມະຕິວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ມີເປົ້າຫມາຍສໍາຄັນ ເພື່ອກໍານົດມາດຕະການລວມ, ມາດຕະຖານສະເພາະຕໍາແຫນ່ງ ແລະ ກຸ່ມຕໍາແຫນ່ງພະນັກງານນໍາພາ-ຄຸ້ມຄອງ ໃນທົ່ວລະບົບການເມືອງ ແຫ່ງ ສປປ ລາວ, ທັງເປັນພື້ນຖານໃນການເລືອກເຟັ້ນ ກໍານົດກໍ່ສ້າງ-ບໍາລຸງ, ຕິລາຄາ, ສັບຊ້ອນ, ຈັດວາງ, ແຕ່ງຕັ້ງພະນັກງານ ເຂົ້າໃນຕໍາແຫນ່ງນໍາພາ-ຄຸ້ມຄອງ ແຕ່ລະຂັ້ນ ແລະ ເປັນບ່ອນອິງໃຫ້ແກ່ພະນັກງານ ແລະ ສະມາຊິກພັກ ໄດ້ເຝຶກຜົນຫລໍ່ຫລອມຕົນເອງດີຂື້ນ ເປັນກ້າວກ້າວ.
Editor: ກຳປານາດ ລັດຖະເຮົ້າ