ພິທີປະກາດບ້ານ ປາກປຶງ ເປັນບ້ານປ້ອງກັນຊາດເຂັ້ມແຂງ ໄດ້ຈັດຂື້ນໃນ ວັນທີ 08 ມັງກອນ 2018 ຢູ່ທີ່ເດີ່ນໂຮງຮຽນປະຖົມສົມບູນ ບ້ານປາກປຶງ ໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ,ມີ ທ່ານ ພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານ ກະຊວງ ປ້ອງກັນປະເທດ. ມີຄະນະຮັບຜິດຊອບ ການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງພ້ອມດ້ວຍອໍານາກການປົກຄອງ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ທ່ານ ພັນໂທ ແກ້ວອຸດອນ ເພັງພະຈັນ ຂື້ນຜ່ານບົດສະຫຼຸບໃນການປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຢູ່ບ້ານປາກປຶງ ເມືອງປາກຊັນ, ແຂວງບໍລິຄໍາໄຊ ນັ້ບຕັ້ງແຕ່ວັນທີ 21 ທັນວາ 2017 ຫາ ວັນທີ 5 ມັງກອນ 2018 ກໍ່ຄືການປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດເລກທີ່ 705/ກປທ ລົງວັນທີ່ 16 ກຸມພາ 2017 ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຕິດພັນກັບມະຕິ ເລກທີ່ 03/ ກມສພ ລົງວັນທີ່ 30 ພຶດສະພາ 2011 ວ່າດ້ວຍວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຢູ່ພື້ນຖານປະຊາຊົນ. ຄະນະຮັບຜິດຊອບການປະເມີນແມ່ນໄດ້ນຳເອົາ ເອກະສານປະເທດລາວ ຄົນລາວເປັນເຈົ້າຂອງ, ຍຸດທະສາດເຫັນປຽ່ນຂອງສັດຕູ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຂອງພັກ ແລະ ນິຕິກຳທີ່ກຽ່ວຂ້ອງຕ່າງໆ ລົງເຜີຍແຜ່ໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ປາກປຶງໄດ້ຮັບຮູ້ ແລະ ເຂົ້າໃຈ. ຕະຫຼອດໄລຍະທີ່ຄະນະຮັບຜິດຊອບໄດ້ເຄື່ອນໄຫວເກັບກຳຂໍ້ມູນໃນການປະເມີນ 6 ມາດຖານຂອງຄອບຄົວ ແລະ 6 ມາດຖານຂອງບ້ານ ສາມາດຢັ້ງຢືນຄອບຄົວປ້ອງກັນຊາດເຂັ້ມແຂງຢູ່ບ້ານ ປາກປຶງ ໄດ້ 136 ຄອບຄົວ,ເທົ່າກັບ 98 ສ່ວນຮ້ອຍ ແລະ ສາມາດຢັ້ງຢືນ ບ້ານປາກປຶງ ເປັນບ້ານປ້ອງກັນຊາດເຂັ້ມແຂງ. ເພື່ອເປັນການຢັ້ງຢືນໃນການປະເມີນຂອງຄະນະຮັບຜິດຊອບວຽກງານ ຄະນະຊີ້ນຳຂັ້ນແຂວງ ຍັງໄດ້ເປັນກຽດຂື້ນມອບ ໃບຢັ້ງຢືນຄອບຄົວປ້ອງກັນຊາດເຂັ້ມແຂງ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ແລະ ມອບໃບຍ້ອງຍໍໃຫ້ແກ່ຜູ້ທີ່ມີຜົນງານໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຕະຫຼອດໄລຍະຜ່ານມາຕື່ມອີກ ເພື່ອສືບຕໍ່ທິດທາງແຜນການ ທີ່ວາງໄວ້ນັ້ນ ຄະນະຮັບຜິດຊອບຂັ້ນບ້ານ ຍັງໄດ້ພ້ອມກັນຈັບ ມືແຂ່ງຂັ້ນຮັບເອົາທິດທາງແຜນການໃນປີຕໍ່ໜ້າໄປຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການທີ່ວາງໄວ້.ຈາກນັ້ນ ທ່ານ ເຈົ້າແຂວງ ບໍລິຄຳໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ ຍັງໄດ້ເປັນກຽດເປີດປ້າຍ ບ້ານປ້ອງກັບຊາດເຂັ້ມແຂງ, ລັ່ນຄ້ອງ 9 ບາດ ເພື່ອເປັນການຢັ້ງຢືນໃນການປະກາດ ບ້ານ ປາກປຶງ ເປັນບ້ານ ປ້ອງກັນຊາດເຂັ້ມແຂງ ເປັນບ້ານ ທໍາອິດຂອງເມືອງປາກຊັນ ແລະ ຍັງເປັນບ້ານທໍາອິດ ຂອງແຂວງ ບໍລິຄຳໄຊ ອີກດ້ວຍ
ແຫລ່ງຂ່າວຈາກ ພະແນກ ຖະແຫລງຊ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ