ໃນທ້າຍອາທິດຜ່ານມາ ບ້ານດອນກອຍ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານຈຸດສຸມ ແລະ ການບໍລິຫານ-ປົກຄອງບ້ານດອນກອຍ ປະຈຳປີ 2017 ແລະ ວາງທິດທາງແຜນການຈຸດສຸມ ປີ 2018 ຂື້ນ ພ້ອມທັງມອບໃບຍ້ອງຍໍ, ໃບຢັ້ງຢືນຄອບຄົວສາມັກຄີ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ປະທານທີ່ປຶກສາບ້ານດອນກອຍ, ມີບັນດາຄະນະປະຈໍາພັກເມືອງ, ຫົວໜ້າຫ້ອງການ, ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ບ້ານດອນກອຍ ປະກອບມີ 48 ໜ່ວຍ, ມີ 918 ຫຼັງຄາເຮືອນ, ມີ 833 ຄອບຄົວ, ມີພົນລະເມືອງທັງໝົດ 4046 ຄົນ, ຍິງ 2090 ຄົນ, ຄອບຄົວຕ່າງດ້າວມີ 11 ຄອບຄົວ, ມີ 25 ຄົນ, ຍິງ 14 ຄົນ, ມີຕ່າງປະເທດມາພັກເຊົາຢູ່ຕາມໂຮງແຮມ, ອາພາດເມັນ, ເຮືອນເຊົ່າ ຈໍານວນ 55 ຄົນ, ທີ່ມາຈາກ 9 ສັນຊາດ, ມີຫ້ອງແຖວໃຫ້ເຊົ່າທັງໝົດ 107 ຫຼັງ, ມີຜູ້ມາພັກເຊົາຊົ່ວຄາວຢູ່ຕາມຫ້ອງແຖວຕ່າງໆ 2270 ຄົນ. ບ້ານດອນກອຍ ໄດ້ຈັດຕັ້ງປະຕິບັດບັນດາໂຄງການພັດທະນາຂອງບ້ານໃນຫນຶ່ງປີຜ່ານມາ ເປັນຕົ້ນ ແມ່ນໄດ້ສ້າງໂຄງການພັດທະນາບ້ານ ຂອງ 4 ກຸ່ມວຽກ ມີທັງໝົດ 12 ໂຄງການ, ມີ 76 ກິດຈະກຳ. ໃນຈຳນວນ 12 ໂຄງການ ແມ່ນບັນດາປະຊາຊົນພາຍໃນບ້ານໄດ້ພອມກັນຈັດຕັ້ງປະຕິບັດ ປະສົບຜົນສຳເລັດແລ້ວ ມີດັ່ງນີ້: ໂຄງການສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ, ໂຄງການຍົກສູງບົດບາດ ຂອງແນວລາວສ້າງຊາດ, ໂຄງການໂຄສະນາສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ພໍ່ແມ່ປະຊາຊົນ, ໂຄງການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ໂຄງການປົກປັກຮັກສາປັບປຸງບູລະນະເສັ້ນທາງຮ່ອມ-ທາງຊອຍ, ໂຄງການຮັກສາສະພາບແວດລ້ອມຂອງບ້ານ, ໂຄງການ-ການເງິນຂອງບ້ານ, ໂຄງການປົກປັກຮັກສາຮີດຄອງປະເພນີ, ໂຄງການສ້າງຄອບຄົວອະນາໄມດີ ແລະ ບ້ານສາທາລະນະສຸກແບບຢ່າງ.
ສ່ວນໂຄງການປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງ ແລະ ຊາວຫນຸ່ມ 4 ບຸກ ບ້ານດອນກອຍ ແມ່ນໄດ້ຮັບໃບຢັງຢືນແມ່ຍິງ 3 ດີ, ບ້ານ 3 ດີ ແລະ ຊາວຫນຸ່ມ 4 ບຸກ ໃນປີ 2017.
ສຳລັບ, ການຈັດຕັ້ງປະຕິບັດວຽກງານແຜນການຈຸດສຸມໃນຕໍ່ຫນ້າ ປີ 2018 ບ້ານດອນກອຍ ແມ່ນຈະສືບຕໍ່ປະຕິບັດແນວທາງນະໂຍບາຍ ມະຕິ ຂອງກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງໄຊເສດຖາວາງອອກໃຫ້ປະກົດຜົນເປັນຈິງ, ສືບຕໍ່ຊີ້ນໍາ-ນໍາພາ ພັດທະນາການຈັດຕັ້ງ ພ້ອມທັງ ພັດທະນາສ້າງສາ ພັດທະນາຊຸມຊົນຢ່າງຮອບດ້ານ ໃຫ້ມີຄວາມເຂັ້ມແຂງ ດ້ວຍການ ເພິ່ງຕົນເອງ-ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໂດຍຖືສຳຄັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມທັງ ເກັບກຳຈຳນວນພົນລະເມືອງພາຍໃນບ້ານຂອງຕົນ ແລະ ຂື້ນສຳມະໂນຄົວ, ສືບຕໍ່ແກ້ໄຂ ຈຸດມົ້ວສຸມ, ຊຸມແຊວ, ຄ້າຂາຍ ແລະ ຫລີ້ນການພະນັນໃຫ້ຫມົດໄປ.
ໂອກາດດັ່ງກ່າວ ກອງປະຊຸມຍັງໄດ້ມີການມອບໃຍຢັ້ງຢືນ ໃຫ້ແກ່ຄອບຄົວການນໍາບ້ານ, ມອບໃບຍ້ອງຍໍໃຫ້ແກ່ບຸກຄົນ ທີ່ປະກອບສ່ວນທຶນສ້າງສາພັດທະນາ ວັດວາອາຮາມ ແລະ ມອບໃຍຢັ້ງຢືນຄອບຄົວສາມັກຄີໃຫ້ແກ່ໜ່ວຍ ຕື່ມອີກ.
Editor: ດາວໄຊ ສີວິໄລ